ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຢູ່ລາວ ອວຍພອນ 60 ປີ ແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
19/03/2015 08:07
(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/3/1955 – 22/3/2015), ວັນທີ 18/3, ທ່ານເອກອັກຄະລັດຖະທູດ ຫວຽດນາມ

(vovworld) – ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/3/1955 – 22/3/2015), ວັນທີ 18/3, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳຢູ່ ລາວ ຫງວຽນແມງຮຸ່ງ ໄດ້ໄປອວຍ ພອນຄະນະໂຄສະນາອົບຮົມສູນກາງ, ພັກປະຊາຊົນປະຕິວັດ ລາວ, ຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ອວຍໄຊໃຫ້ພອນບັນດາຜົນງານຍິ່ງໃຫຍ່ທີ່ພັກປະຊາຊົນປິຕິວັດ ລາວ ຍາດມາໄດ້ໃນຕະຫຼອດໄລຍະປະຫວັດສາດອັນສະຫງ່າລາສີ 60 ປີທີ່ຜ່ານມາ, ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານໃຫຍ່ຫຼວງໃນກິດຈະການປ່ຽນໃໝ່ພັດທະນາປະເທດ ລາວ ໃນປະຈຸບັນ, ທ່ານເອກອັກຕະລັດຖະທູດ ຫງວຽນແມງຮຸ່ງປາດຖະໜາຢາກວ່າ: ຍາມໃດ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ກໍ່ຮຽງບ່າຮຽງໄຫຼ່, ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງໃນກິດຈະການສ້າງສາ ແລະ ປົກປັກຮັກສາປະທາດຊາດໃນປະຈຸບັນ ແລະ ອວຍພອນການພົວພັນຮ່ວມມືແບບພິເສດຮອບດ້ານ ຫວຽດນາມ - ລາວ ໝັ້ນຄົງຕະຫຼອດໄປ. ວັນທີ 18/3, ຢູ່ນະຄອນຫຼວງ ວຽງຈັນ, ລາວ, ໄດ້ດຳເນີນພິທີລົງນາມໃນຂໍ້ຕົກລົງຮ່ວມມືບຳລຸງສ້າງລະຫວ່າງໂຮງຮຽນວິທະຍາໄລໂທລະພາບ (ຫວຽດນາມ) ແລະ ໂທລະພາບແຫ່ງຊາດ ລາວ. ຕາມເນື້ອໃນຂໍ້ຕົກລົງ,ແຕ່ລະປີໂຮງຮຽນວິທະຍາໄລໂທລະພາບ ຫວຽດນາມ ຈະຮັບນັກສຶກສາ ລາວ 10 ຄົນ, ໃນໄລຍະ 3 ປີ ແຕ່ 2015 ເຖິງ 2017 ດ້ວຍຮູບການບຳລຸງສ້າງລວມສູນການກຳນົດຂອງກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ.
TAG
vovworld/vov/ຄະນະໂຄສະນາອົບຮົມ
Related





