ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມຄົນໃຫມ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ
11/12/2014 09:00
(vovworld)- ຕອນບ່າຍວັນທີ 10/12, ທ່ານ Ted Osius ໄດ້ປະຕິບັດພິທີສາບານຕົວຮັບດຳລົງຕຳແຫນ່ງເອກອັກຄະລັດຖະທູດ

ທ່ານ Ted Osius ສາບານຕົວຮັບດຳລົງຕຳແຫນ່ງ (vovworld)- ຕອນບ່າຍວັນທີ 10/12, ທ່ານ Ted Osius ໄດ້ປະຕິບັດພິທີສາບານຕົວຮັບດຳລົງຕຳແຫນ່ງເອກອັກຄະລັດຖະທູດ ອາເມລິກາ ປະຈຳຫວຽດນາມ ດ້ວຍຄຳໝັ້ນສັນຍາມານະພະຍາຍາມຊຸກຍູ້ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າ. ກ່າວຄຳເຫັນນະພິທີ, ທ່ານ John Kerry, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ອາເມລິກາ ຖືວ່າ: ປະຈຸບັນ ຫວຽດນາມແມ່ນຫນຶ່ງໃນບັນດາແບບຢ່າງປະສົບຜົນສຳເລັດກ່ຽວກັບດ້ານເສດຖະກິດ; ການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ພັດທະນາອັນດີງາມ. ທ່ານ John Kerry ຍ້ອງຍໍທ່ານ Ted Osius ແມ່ນຫນຶ່ງໃນບັນດາຊາວອາເມລິກາ ທຳອິດ ໄດ້ມີການປະກອບສ່ວນເຂົ້າໃນການປ່ຽນໃຫມ່ອັນໃຫຍ່ຫລວງໃນການພົວພັນລະຫວ່າງ ອາເມລິກາ ແລະ ຫວຽດນາມ ແລະ ປາດຖະຫນາວ່າ ໃນຖານະຕຳແຫນ່ງເອກອັກຄະລັດຖະທູດ, ທ່ານ Ted Osius ຈະມີການປະກອບສ່ວນຫລາຍກວ່າອີກໃຫ້ແກ່ການພົວພັນລະຫວ່າງສອງປະເທດ ໃນອະນາຄົດ. ກ່າວຄຳເຫັນນະພິທີ, ທ່ານ Ted Osius ເວົ້າວ່າ:
TAG
vovworld/ດຳລົງຕຳແຫນ່ງ
Related






