VOV WorldVOV World
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບ ທ່ານ ຢາງເຈຍຊື້ ກຳມະການໃນຄະນະລັດຖະບານຈີນ
18/06/2014 12:32
(vovworld) - ທີ່​ການ​ຕ້ອນຮັບ​ທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 18/6...
ທ່ານເລຂາທິການໃຫຍ່ ຫງວຽນຟູ້ຈ້ອງ ຕ້ອນຮັບ ທ່ານ ຢາງເຈຍຊື້ ກຳມະການໃນຄະນະລັດຖະບານຈີນ
   ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ  ແລະ ທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ (vovworld) - ທີ່​ການ​ຕ້ອນຮັບ​ທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 18/6, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ຊົມ​ເຊີຍທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ​ມາ​ຫວຽດນາມ​ດຳ​ເນີນ​ການ​ພົບ​ປະລະ​ຫວ່າງ 2 ປະ​ທານ​ຄະນະ​ກຳມະການ​ຊີ້​ນຳ​ການ​ຮ່ວມ​ມື 2 ຝ່າຍ​ຫວຽດນາມ - ຈີນ; ຢັ້ງຢືນ​ນະ​ໂຍບາຍ​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ກັບ​ຈີນ, ຫວັງ​ຮັກສາ, ປັບປຸງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຫວຽດນາມ-ຈີນ​ພັດທະນາ​ຢ່າງ​ສົດ​ໄສ, ​ເປັນ​ປັກ​ກະຕິ​ເພື່ອ​ຜົນ​ປະ​ໂຫຍ​ດພື້ນຖານ ​ແລະ ຍາ​ວນານຂອງ​ປະຊາຊົນ 2 ປະ​ເທດ; ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ຕີ​ລາຄາ​ສູງ​ກ່ຽວ​ກັບ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ການ​ພົວພັນ​ຫວຽດນາມ-ຈີນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້.     ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ເນັ້ນ​ໜັກ​ກ່ຽວ​ກັບ​ລັກສະນະ​ທີ່​ຮ້າຍ​ແຮງ ​ແລະ ຜົນ​ກະທົບ​ຫຍໍ້​ທໍ້​ທີ່​ສຸດທີ່​ມີ​ຕໍ່​ປະຊາຊົນ​ຫວຽດນາມ​, ການ​ພົວພັນ​ຫວຽດນາມ-ຈີນ ​ແລະ ສະພາບ​ການ​ພາກ​ພື້ນຂອງ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈ​າະນ້ຳມັນ​ໄຮ​ຢາງ 981 ​ເຂົ້າ​ເຄື່ອນ​ໄຫວ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ​ນັບ​ແຕ່​ຕົ້ນ​ເດືອນ 5 ​ເປັນ​ຕົ້ນ​ມາ; ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ຢືນຢັນ​ຫຼັກ​ໝັ້ນ​ກ່ຽວ​ກັບ​ອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈືອງ​ຊາ​ໃນ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ບໍ່​ປ່ຽນ​ແປງ ​ແລ​ະ ບໍ່​ອາດ​ປ່ຽນ​ແປງ; ທ່ານ​ສະ​ເໜີ​ຈົ່ງ​ຮີບ​ຮ້ອນ​ແລກປ່ຽນ​ເພື່ອ​ມີ​ບັນດາ​ວິທີ​ການ​ແກ້​ໄຂ ​ເຮັດ​ໃຫ້​ສະພາບ​ການ​ເປັນ​ປົກກະຕິ​ໂດຍ​ໄວ, ສ້າງ​ປະຖົມ​ປັດ​ໄຈ​ໃຫ້​ແກ່​ບັນດາ​ວິທີ​ການ​ແກ້​ໄຂ​ໂດຍ​ພື້ນຖານ ​ແລະ ຍາວ​ນານ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ບົນ​ທະ​ເລ, ຊຶ່ງ​ເລີ່​ມມາ​ຈາກ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ຂອງ 2 ປະ​ເທດ, ບົນ​ພື້ນຖານ​ບັນດາ​ສັນຍາ​ລະຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ 2 ປະ​ເທດ​ໄດ້​ລົງ​ນາມ ​ແລະ ກົດໝາຍ​ສາກົນ, ​ເປັນ​ຕົ້ນ​ແມ່ນ​ສົນທິສັນຍາ ສ.ປ.ຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.    ສ່ວນທ່ານ ຢາງ​ເຈ​ຍຊື້ ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ​ໄດ້ຢືນຢັນວ່າ ພັກ, ລັດຖະບານຈີນຖືເປັນສຳຄັນທີ່ສຸດ ແລະ ຍາມໃດກໍຫວັງຢາກພັດທະນາ ການພົວພັນອັນ​ດີງາມ, ​ເປັນ​ປົກກະຕິ​ຍາວ​ນານ​ກັບ​ຫວຽດນາມ; ຫວັງ​ໃຫ້ 2 ຝ່າຍ​ສືບ​ຕໍ່​ປຶກສາ​ຫາລື​ເພື່ອ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ, ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ.
TAG
vovworld/vov/ນາບຂູ່/ສະຫງົບ/ປອດໄພ