ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດລາວ
04/11/2015 11:12
(vovworld)- ຕອນບ່າຍວັນທີ 4/11, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ

ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບ ທ່ານ ທອງລຸນ ສີສຸລິດ,ຮອງນາຍົກລັດຖະມົນຕີ ລາວ (vovworld)- ຕອນບ່າຍວັນທີ 4/11, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງກະຊວງການຕ່າງປະເທດລາວ ໂດຍທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ລາວ ນຳຫນ້າ ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ. ນະທີ່ນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຢືນຢັນ: ຫວຽດນາມ ຈະພອ້ມກັບ ລາວ ຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ສາຍພົວພັນແບບພິເສດ ຫວຽດນາມ - ລາວ ນັບມື້ນັບພັດທະນາເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນ ແລະໃນໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງ ການປະສານສົມທົບໃນການຊີ້ນຳຂອງສອງລັດຖະບານ ກໍຄືຄວາມມານະພະຍາຍາມຂອງບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນສອງປະເທດ, ໃນນັ້ນ ມີ ສອງກະຊວງການຕ່າງປະເທດ ໃນການສົມທົບປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ຢ່າງມີປະສິດທິຜົນ. ສ່ວນທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຢືນຢັນວ່າ ລາວ ຈະສົມທົບຢ່າງແຫນ້ນແຟ້ນກັບຫວຽດນາມ ປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງການນຳສອງພັກ, ສອງລັດ ເພື່ອນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດລາວ ແລະ ຫວຽດນາມ.
TAG
vovworld/ການຕ່າງປະເທດລາວ
Related






