ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມຮູບແບບພັດທະນາຊົນນະບົດໃຫມ່ຢູ່ແຂວງຢູນຫນານ
10/04/2015 11:11
(vovworld)- ສືບຕໍ່ການຢ້ຽມຢາມຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10/4, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງຢ້ຽມຢາມເຂດຊຸມຊົນ ຕາອີງ ແຂວງ ຢູນຫນານ (vovworld)- ສືບຕໍ່ການຢ້ຽມຢາມຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10/4, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມເຂດຊຸມຊົນ ຕາອີງ ຢູ່ແຂວງ ຢູນຫນານ. ພາຍຫລັງຢ້ຽມຢາມ, ຊອກຮູ້ສະພາບການຕົວຈິງ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງຮູບແບບການຜະລິດ, ຜົນງານຫນ້າປະທັບໃຈ ແລະບັນດາບົດຮຽນອັນລ້ຳຄ່າຂອງເຂດຊຸມຊົນ. ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ເຂດຊຸມຊົມ ໄດ້ສ້າງຄວາມຮັ່ງມີ, ພັດທະນາເສດຖະກິດລວມໝູ່ ໂດຍປະຊາຊົນເປັນເຈົ້າ, ຮັບປະກັນສະຫວັດດີການ, ເບິ່ງແຍງດູແລສຸຂະພາບ, ການສຶກສາ, ຊີວິດທາງດ້ານວັດທະນະທຳໃຫ້ປະຊາຊົນທຸກຄົນ. ຕອນບ່າຍວັນທີ 10/4, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ ຄູນຫມີງ ກັບເມືອ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ຈີນ ຢ່າງຈົບງາມ.
TAG
vovworld/ເຂດຊຸມຊົນ
Related





