ທ່ານເລຂາທິການໃຫຍ່ສປຊໂອ້ລົມທາງໂທລະສັບກັບບັນດາການນຳເອີລົບກ່ຽວກັບບັນຫາຊາວອົບພະຍົບ
09/09/2015 10:40
(vovworld)- ວັນທີ 8/9, ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ໂອ້ລົມທາງໂທລະສັບກັບ ການນຳເອີລົບ ຈຳນວນຫນຶ່ງ ເພື່ອປຶກສາຫາລື

ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ພາບ:baophapluat (vovworld)- ວັນທີ 8/9, ທ່ານເລຂາທິການໃຫຍ່ ສປຊ Ban Ki Moon ໄດ້ໂອ້ລົມທາງໂທລະສັບກັບ ການນຳເອີລົບ ຈຳນວນຫນຶ່ງ ເພື່ອປຶກສາຫາລື ກ່ຽວກັບບັນດາມາດຕະການຫນູນຊ່ວຍ, ແກ້ໄຂບັນຫາຊາວອົບພະຍົບພວມພາກັນເດີນທາງເຖິງ ເອີລົບ ນັບມື້ນັບຫລາຍ. ໃນການໂອ້ລົມ, ທ່ານ ເລຂາທິການໃຫຍ່ ສປຊ ຖືວ່າ: ບັນດາປະເທດສະຫະພາບເອີລົບ ຄວນປະຕິບັດບັນດາຄວາມຮັບຜິດຊອບ ແລະ ມາດຖານ ຊຶ່ງເຂົາເຈົ້າວາງອອກ. ທ່ານ Ban ki moon ຮຽກຮ້ອງບັນດາການນຳ ເອີລົບ ຈົ່ງຮັບຟັງຄຳເຫັນຂອງຊາວອົບພະຍົບ ເພື່ອຊອກຫາວິທີສຳພັດຢ່າງວ່ອງໄວ ແນໃສ່ແກ້ໄຂບັນດາຄວາມຕ້ອງການທີ່ຈຳເປັນຂອງເຂົາເຈົ້າ.
TAG
vovworld/ຊາວອົບພະຍົບ
Related





