ທ່ານຫງວຽນທ້ຽນເຍີນດຳລົງຕຳແຫນ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ
05/09/2013 10:34
(vovworld)- ວັນທີ 5/9, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊຸດທີ 7....

ທ່ານ ຫງວຽນທ້ຽນເຍີນ ພາບ: internet (vovworld)- ວັນທີ 5/9, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊຸດທີ 7 ຈັດຕັ້ງກອງປະຊຸມຄັ້ງທີ 6 ເພື່ອປຶກສາຫາລືເລື່ອງແຕ່ງຕັ້ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊຸດທີ 7 ແລະ ຮັບຮອງເອົາຫນ້າທີ່ຈຸດສຸມວຽກງານແນວໂຮມຮອດໄລຍະທ້າຍປີ 2013. ທີ່ກອງປະຊຸມ, ທ່ານປະທານປະເທດເຈືອງເຕີນຊາງ ປະກາດຄຳເຫັນຂອງກົມການເມືອງ ເຫັນດີເພື່ອອະນຸຍາດໃຫ້ທ່ານ ຮີ່ງດາມ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ບໍ່ດຳລົງຕຳແຫນ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເພື່ອອອກກິນເບ້ຍບຳນານຕາມນະໂຍບາຍຂອງພັກ, ລັດ ພ້ອມທັງສະເຫນີທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ດຳລົງຕຳແຫນ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຊຸດທີ 7. ກອງປະຊຸມໄດ້ລົງຄະແນນສຽງເຫັນດີຮັບຮອງເອົາໃບສະເຫນີຂອງຄະນະປະທານ,ແຕ່ງຕັ້ງທ່ານ ຫງວຽນທ້ຽນເຍີນ ດຳລົງຕຳແຫນ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ.
TAG
ດຳລົງຕຳແຫນ່ງ
Related





