VOV WorldVOV World
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ
12/04/2026 09:45
[VOVWORLD] - ເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ ໄດ້ອອກແບບດ້ວຍຄວາມໄວສຸດແມ່ນ 350 ກມ/ຊົ່ວໂມງ, ຊ່ວຍຫຼຸດຜ່ອນເວລາເດີນທາງໄປມາລະຫວ່າງ ຮ່າໂນ້ຍ ແລະ ກວາງນິງ ລົງເຫຼືອພຽງແຕ່ປະມານ 23 ນາທີ.
ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການເສັ້ນທາງລົດໄຟຄວາມໄວສູງ ຮ່າໂນ້ຍ - ກວາງນິງ
ANH BAN QUYEN_12- Thu tuong_Anh 1_0.jpg (ພິ​ທີກົດປຸ່ມ​ເລີ່ມ​ລົງ​ມືກໍ່​ສ້າງ​ເສັ້ນ​ທາງລົດໄຟ​ຄວາມ​ໄວ​ສູງ ຮ່າ​ໂນ້ຍ - ກວາງ​ນິງ) ຕອນ ​ ເຊົ້າ ​ ວັນ ​ ທີ 12 ເມ ​ ສາ , ຢູ່ ກວາງ ​ ນິງ , ແຂວງ ກວາງ ​ ນິງ ໄດ້ ​ ສົມ ​ ທົບ ​ ກັບ ນະ ​ ຄອນ ຮ່າ ​ ໂນ້ຍ , ຫາຍ ​ ຟ່ອງ , ບັກ ​ ນິງ ເລີ່ມ ​ ລົງ ​ ມືກໍ່ ​ ສ້າງເສັ້ນ ​ ທາງ ​ ລົດ ​ ໄຟ ​ ຄວາມ ​ ໄວ ​ ສູງ ຮ່າ ​ ໂນ້ຍ - ກວາງ ​ ນິງ. ທ່ານ ​ ນາ ​ ຍົກ ​ ລັດ ​ ຖະ ​ ມົນ ​ ຕີ ເລ ​ ມິນ ​ ຮຶງ ເຂົ້າ ​ ຮ່ວມ ​ ພິ ​ ທີ ​ ເລີ່ມ ​ ລົງ ​ ມືກໍ່ ​ ສ້າງ. ເສັ້ນ ​ ທາງ ​ ລົດ ​ ໄຟ ​ ຄວາມ ​ ໄວ ​ ສູງ ຮ່າ ​ ໂນ້ຍ - ກວາງ ​ ນິງ ໄດ້ ​ ອອກ ​ ແບບ ​ ດ້ວຍ ​ ຄວາມ ​ ໄວ ​ ສຸດ ​ ແມ່ນ 350 ກມ/ຊົ່ວ ​ ໂມງ , ຊ່ວຍ ​ ຫຼຸດ ​ ຜ່ອນ ​ ເວ ​ ລາເດີນທາງ ​ ໄປ ​ ມາ ​ ລະ ​ ຫວ່າງ ຮ່າ ​ ໂນ້ຍ ແລະ ກວາງ ​ ນິງ ລົງ ​ ເຫຼືອພຽງ ​ ແຕ່ ​ ປະ ​ ມານ 23 ນາ ​ ທີ. ກິ ​ ດ ​ ຈະ ​ ກຳ ​ ໂດຍ ​ ບໍ ​ ລິ ​ ສັດ ​ ຫຸ້ນ ​ ສ່ວນ ​ ລົງ ​ ທຶນ ແລະ ພັດ ​ ທະ ​ ນາ ​ ເສັ້ນ ​ ທາງ ​ ລົດ ​ ໄຟ ​ ຄວາມ ​ ໄວ ​ ສູງ VinSpeed ( ກຸ່ມ ​ ບໍ ​ ລິ ​ ສັດ Vingroup) ເປັນ ​ ເຈົ້າ ​ ຂອງ ​ ລົງ ​ ທຶນ ດ້ວຍ ​ ຍອດ ​ ເງິນ ​ ລົງ ​ ທຶນກວ່າ 147.000 ຕື້ ​ ດົ່ງ (ກວ່າ 5,6 ຕື້ USD). ໂຄງ ​ ການ ​ ໄປ ​ ຜ່ານ ​ ຮ່າ ​ ໂນ້ຍ - ບັກ ​ ນິງ - ຫາຍ ​ ຟ່ອງ - ກວາງ ​ ນິງ ດ້ວຍ ​ ຄວາມ ​ ຍາວກວ່າ 120 ກມ. ໂດຍແມ່ນ ​ ເສັ້ນ ​ ທາງ ​ ລົດ ​ ໄຟ ​ ຄວາມ ​ ໄວ ​ ສູງ ​ ລະ ​ ຫວ່າງ ​ ເຂດ ​ ທຳ ​ ອິດ ​ ທີ່ ​ ຜັນ ​ ຂະ ​ ຫຍາຍ ​ ຢູ່ ຫວຽດ ​ ນາມ , ໂຄງ ​ ການ ​ ຈະ ​ ກໍ່ ​ ສ້າງ ​ ສຳ ​ ເລັດ ແລະ ນຳ ​ ເຂົ້າ ​ ເຄື່ອນ ​ ໄຫວ ​ ຂຸ ​ ດ ​ ຄົ້ນ ​ ການ ​ ຄ້າ ​ ໃນ ​ ປີ 2028. ທີ່ ​ ພິ ​ ທີ , ທ່ານ ​ ນາ ​ ຍົກ ​ ລັດ ​ ຖະ ​ ມົນ ​ ຕີ ເລ ​ ມິນ ​ ຮຶງ ພ້ອມ ​ ກັບ ​ ການ ​ ນຳ , ອະ ​ ດີດ ​ ການ ​ ນຳ ​ ພັກ , ລັດ ໄດ້ ​ ປະ ​ ຕິ ​ ບັດ ​ ພິ ​ ທີການ ​ ຕ່າງໆ ແລະ ກົດປຸ່ມ ​ ເລີ່ມ ​ ລົງ ​ ມືກໍ່ ​ ສ້າງ ​ ເສັ້ນ ​ ທາງລົດໄຟ ​ ຄວາມ ​ ໄວ ​ ສູງ ຮ່າ ​ ໂນ້ຍ - ກວາງ ​ ນິງ.  
TAG
VOV/VOVWORLD/ເສັ້ນ​ທາງ​/ລົດ​ໄຟ/​ຄວາມ​ໄວ​ສູງ