ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໃຫ້ການຕ້ອນຮັບ ຫົວໜ້າອົງການກວດກາລັດຖະບານລາວ
07/07/2014 09:31
(vovworld) - ຕອນບ່າຍວັນທີ 7/7, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານບຸນທອນ ຈິດມະນີ, ຫົວໜ້າອົງການກວດກາລັດຖະບານລາວພ້ອມດ້ວຍຄະນະ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ແລະ ທ່ານບຸນທອງ ຈິດມະນີ, ຫົວໜ້າອົງການກວດກາລັດຖະບານລາວ (ພາບ: baodientuchinhphu) (vovworld)- ຕອນບ່າຍວັນທີ 7/7, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ໃຫ້ການຕ້ອນຮັບທ່ານບຸນທອງ ຈິດມະນີ, ຫົວໜ້າອົງການກວດກາລັດຖະບານລາວພ້ອມດ້ວຍຄະນະຊຶ່ງພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ໄດ້ຕີລາຄາສູງໝາກຜົນແຫ່ງການເຈລະຈາລະຫວ່າງຄະນະຜູ້ແທນອົງການກວດກາລັດຖະບານຫວຽດນາມ ແລະ ຄະນະຜູ້ແທນອົງການກວດກາລັດຖະບານ ລາວ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ຢືນຢັນວ່າ ພັກ ແລະ ລັດ ແລະ ປະຊາຊົນຫວຽດນາມ ມີທັດສະນະສະເໝີຕົ້ນ ສະເໝີປາຍຈະເຮັດຈົນ ສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງສາຍພົວພັນ ຮ່ວມມືພິເສດ ລະຫວ່າງ 2 ປະເທດ, ນຳສາຍພົວພັນຫວຽດນາມ-ລາວນັບມື້ນັບມີປະສິດທິຜົນ ແລະ ເຂົ້າສູ່ລວງເລິກ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນເຕີ້ນຢຸງ ຫວັງວ່າ ອົງການກວດກາລັດຖະບານ ຂອງ 2 ປະເທດສືບຕໍ່ເພີ່ມທະວີແລກປ່ຽນຄະນະ ຜູ້ແທນ, ຮ່ວມມືຢ່າງແໜ້ນແຟ້ນ ແລະ ຢືນຢັນວ່າ ຫວຽດນາມພ້ອມແລ້ວທີ່ຈະຊ່ວຍເຫຼືອລາວໃນການກໍ່ສ້າງພະນັກງານຂະແໜງກວດກາ.
TAG
vovworld/vov/ອົງການກວກກາລັດຖະບານ
Related





