ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງໂອ້ລົມກັບປະຊາຄົມຊາວຫວຽດນາມອາໄສຢູ່ລາວ
26/11/2014 11:09
(vovworld)-ຕອນບ່າຍວັນທີ 25/11, ໃນການໂອ້ລົມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ

ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງມອບຂອງຂວັນ ໃຫ້ແກ່ຜູ້ຕາງຫນ້າສະມາຄົມຊາວຫວຽດນາມ ອາໄສຢູ່ລາວ ພາບ:VGP (vovworld)-ຕອນບ່າຍວັນທີ 25/11, ໃນການໂອ້ລົມກັບປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ,ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຂັ້ນສູງເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 8(CLV), ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ແຈ້ງໃຫ້ຊາວຫວຽດນາມ ອາໄສຢູ່ລາວ ຊາບກ່ຽວກັບສະພາບການເສດຖະກິດສັງຄົມຂອງແຕ່ລະປະເທດ ຕິດພັນກັບສະພາບການສາກົນ, ແນວທາງການຕ່າງປະເທດຂອງພັກ, ລັດຖະບານຫວຽດນາມ; ສະພາບການ ແລະ ໝາກຜົນການຮ່ວມມືລົງທຶນລະຫວ່າງຫວຽດນາມ ແລະລາວ. ທ່ານນາຍົກລັດຖະມົນຕີ ຢືນຢັນ ສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ ແມ່ນມີລັກສະນະສະເຫມີຕົ້ນສະເຫມີປາຍ, ໃນນັ້ນບົດບາດຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວແມ່ນສຳຄັນທີ່ສຸດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ເນັ້ນຫນັກວ່າ:
TAG
vovworld/ປະຊາຄົມ
Related






