(ພາບ: VGP)
ເວທີປາໄສ logistics ຫວຽດນາມ 2026, ດ້ວຍຫົວຂໍ້ "ເຊື່ອມຕໍ່ logistics ເຂດພູສູງ, ບືນຕົວອອກສູ່ລະບົບສະໜອງທົ່ວໂລກ", ຈັດຂຶ້ນໃນຕອນເຊົ້າວັນທີ 07 ພະຈິກ, ຢູ່ແຂວງ ຢາລາຍ.
ກ່າວຄຳເຫັນຊີ້ນຳທີ່ເວທີປາໄສ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເນັ້ນໜັກວ່າ logistics ຕ້ອງໄດ້ຮັບການກຳນົດວ່າເປັນພື້ນຖານໂຄງລ່າງດ້ນຊອບແວຍຸດທະສາດ, ເປັນໂຄງປະກອບທີ່ສຳຄັນຂອງພື້ນຖານໂຄງລ່າງເສດຖະກິດ; ແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນໃຫ້ແກ່ການເຕີບໂຕສອງຕົວເລກ.
“ພັດທະນາ logistics ຕ້ອງໄດ້ວາງໄວ້ໃນການວາງແຜນຜັງສັງລວມແຫ່ງຊາດ, ວາງແຜນຜັງເຂດ, ແລະ ການວາງແຜນຜັງບັນດາຂະແໜງພື້ນຖານໂຄງລ່າງ; ຖືການແລກປ່ຽນສິນຄ້າ, ປະສິດທິຜົນດ້ານເສດຖະກິດ - ສັງຄົມ ແລະ ຜົນປະໂຫຍດແຫ່ງຊາດເປັນບ່ອນອີງ. ຕັດສິນໃຈນຳ ຫວຽດນາມ ໃຫ້ກາຍເປັນສູນ logistics, ຄ່ຽນຖ່າຍ ແລະ ແຈກຢາຍສິນຄ້າທີ່ສຳຄັນຂອງພາກພື້ນ ແລະ ໃນໂລກ.”
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການ ຟ້າມຢາຕຸກ ໄດ້ກວດກາຄວາມຄືບໜ້າການກໍ່ສ້າງໂຄງການທາງບົກເສັ້ນທາງດ່ວນ ກຸຍເຍີນ - ເປິເລກູ່.





