ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມພິທີໄຂກອງປະຊຸມສະພາປະຊາຊົນແຂວງກວ໋າງນາມ
09/07/2014 07:51
(vovworld)- ກ່າວຄຳເຫັນທີ່ວາລະໄຂກອງປະຊຸມເທື່ອທີ 11 ສະພາປະຊາຊົນແຂວງ ກວ໋າງນາມ ດຳເນີນໄປໃນຕອນເຊົ້າວັນທີ 9/7 ຢູ່ ນະຄອນ ນາມກີ ແຂວງ ກວ໋າງນາມ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ ພາບ:thanhnien.com.vn (vovworld)- ກ່າວຄຳເຫັນທີ່ວາລະໄຂກອງປະຊຸມເທື່ອທີ 11 ສະພາປະຊາຊົນແຂວງ ກວ໋າງນາມ ດຳເນີນໄປໃນຕອນເຊົ້າວັນທີ 9/7 ຢູ່ ນະຄອນ ນາມກີ ແຂວງ ກວ໋າງນາມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍສັນລະເສີນແຂວງ ກວ໋າງນາມ ບັນລຸໄດ້ບັນດາຜົນງານທາງດ້ານເສດຖະກິດ, ສັງຄົມ ໃນ 6 ເດືອນຕົ້ນປີ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະເຫນີແຂວງ ກວ໋າງນາມ ມີນະໂຍບາຍບຸກທະລຸໃນການດຶງດູດການລົງທຶນ, ຮ່ວມສຳພັນໃນການພັດທະນາການທ່ອງທ່ຽວ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ ທ່າໄດ້ປຽບຂອງແຂວງ, ໝູນໃຊ້ເຕັກໂນໂລຊີໃນການຜະລິດກະສິກຳ, ຍົກສູງມູນຄ່າການຜະລິດ, ຍູ້ແຮງການລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມຍາກຈົນຢູ່ເຂດຊົນນະບົດ, ເຂດພູດອຍ, ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍ້ອງຍໍສັນລະເສີນຊາວປະມົງແຂວງ ກວ໋າງນາມ ເວົ້າສະເພາະ ແລະ ຊາວປະມົງພາກກາງຫວຽດນາມ ເວົ້າລວມ ໄດ້ອົງອາດກ້າແກ່ນອອກໄກຝ່ັງຫາປາ, ຮ່ວມແຮງຮ່ວມໃຈປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດໃນສະພາບການຈີນຕັ້ງຮ້ານເຈາະນ້ຳມັນຢ່າງຜິດກົດໝາຍຢູ່ເຂດເສດຖະກິດຈຳເພາະ ແລະ ໄຫລ່ທະວີບຂອງຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເວົ້າວ່າ:
TAG
vovworld/vov/ຮັກສາອະທິປະໄຕ
Related





