VOV WorldVOV World
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕອບຄຳຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13
13/06/2015 08:52
(vovworld)- ຕອນ​ເຊົ້າ​ວັນ​ທີ 13/6, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຕອບຄຳຊັກຖາມທີ່ກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພາບ:chinhphu.vn (vovworld)- ຕອນ​ເຊົ້າ​ວັນ​ທີ 13/6, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ ເຮັດ​ແຈ້ງ​ບາງ​ບັນ​ຫາ​ຊື່ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ແລະ ຜູ​້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ສົນ​ໃຈ ພ້ອມ​ທັງ​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນ​ດາ ສ​ສ​ຊ ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ໃຫຍ່​ໃນ​ຈຸດ​ໝາຍ, ຫນ້າ​ທີ່ ແລະ ມາດ​ຕະ​ການ​ຊີ້​ນຳ​ບໍ​ລິ​ຫານ​ພື້​ນ​ຖານ​ເສດ​ຖະ​ກິດ​ກໍ​ຄື​ບັນ​ດາ​ບັນ​ຫາ​ຮ້ອນ​ເຮັ່ງ ຊື່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ. ເມື່ອ​ເຕື້ອງ​ການ​ຊີ້​ນຳ, ບໍ​ລິ​ຫານ​ເສດ​ຖະ​ກິດ​ສັງ​ຄົມ​ໃນເດືອນ 5 ແລະ 5 ເດືອນ​ຕົ້ນ​ປີ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ຫງວຽນ​ຊວນ​ຟ​ຸກ ໄດ້​ຢືນ​ຢັນ: ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ​ສືບ​ຕໍ່​ບັນ​ລຸ​ຫລາຍ​ໝາກ​ຜົນ​ໃນ​ຫລາຍ​ຂົງ​ເຂດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເສດ​ຖະ​ກິດ ສັງ​ຄົມ ຫວຽດ​ນາມ ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ ແລະ ສິ່ງ​ທ້າ​ທາຍຫລາຍ​ຢ່າງ. ເພາະ​ສະ​ນັ້ນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ລັດ​ຖະ​ບານ ສຸມ​ໃສ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່​ນ​ຕິດ​ຕາມ​ຢ່າງ​ໃກ້​ຊິດ ແລະ ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ຜັນ​ແປ​ສະ​ພາບ​ການ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຫນ້າ​ທີ່, ມາດ​ຕະ​ການ​ທີ່​ວາງ​ອອກ​ຢ່າງ​ຂ້ຽວ​ຂາດ, ຄົບ​ຊຸດ​. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ເນັ້ນ​ຫນັກ​ວ່າ:        
TAG
vovworld/ມາດ​ຕະ​ການ

More