ທ່ານຮອງນາຍົກລັດຖະມົນຕີຫວູດືກດາມເຂົ້າຮ່ວມງານຊຸມນຸມສັກຢາວັກຊີນ
24/04/2015 10:56
(vovworld)- ງານຊຸມນຸມມິດຕິງຕອບສະຫນອງສັບປະດາ ສັກຢາວັກຊີນປ້ອງກັນພະຍາດປີ 2015 ໄດ້ດຳເນີນໄປໃນຕອນເຊົ້າວັນທີ 24/4 ຢູ່ ນະຄອນ ບັກຢາງ

ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ເຂົ້າຮ່ວມການເຄື່ອນໄຫວສັບປະດາສັກຢາວັກຊີນ ພາບ:baomoi.com (vovworld)- ງານຊຸມນຸມມິດຕິງຕອບສະຫນອງສັບປະດາ ສັກຢາວັກຊີນປ້ອງກັນພະຍາດປີ 2015 ໄດ້ດຳເນີນໄປໃນຕອນເຊົ້າວັນທີ 24/4 ຢູ່ ນະຄອນ ບັກຢາງ. ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນງານຊຸມນຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ສະເຫນີ ອຳນາດການປົກຄອງທຸກຂັ້ນ, ອົງການຈັດຕັ້ງມະຫາຊົນ ສົມທົບກັບຂະແຫນງສາທາລະນະສຸກ ຍູ້ແຮງວຽກງານໂຄສະນາ ເພື່ອຍົກສູງຄວາມຮັບຮູ້ກ່ຽວວັບການສັກຢາວັກຊີນປ້ອງກັນພະຍາດ, ສືບຕໍ່ຜັນຂະຫຍາຍບັນດາມາດຕະການຮັບປະກັນຄວາມປອດໄພໃນການສັກຢາວັກຊີນ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ ຂະແຫນງສາທາລະນະສຸກ ຕ້ອງປ່ຽນໃຫມ່ວຽກງານສັກຢາວັກຊີນ ເພື່ອຕອບສະຫນອງສະພາບການປະຈຸບັນ ແລະ ເຊື່ອມໂຍງເຂົ້າກັບສາກົນ.
TAG
vovworld/ສັບປະດາ
Related






