ທ່ານປະທານປະເທດເຈືອງເຕີນຊາງສິ້ນສຸດການຢ້ຽມຢາມໂມຊຳບີກຢ່າງຈົບງາມ
13/03/2016 09:26
(vovworld)- ຕອນຄ່ຳວັນທີ 12/3, ທ່ານປະທານປະເທດເຈືອງເຕີນຊາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ເດີນທາງອອກຈາກນະຄອນຫລວງ
ເວທີປາໄສວິສາຫະກິດຫວຽດນາມ-ໂມຊຳບີກ (vovworld)- ຕອນຄ່ຳວັນທີ 12/3, ທ່ານປະທານປະເທດເຈືອງເຕີນຊາງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມໄດ້ເດີນທາງອອກຈາກນະຄອນຫລວງ Maputu ສິ້ນສຸດການຢ້ຽມຢາມທາງລັດຖະກິດ ໂມຊຳບີກ ແລະ ເດີນທາງໄປຢ້ຽມຢາມ ອີຣານ. ກ່ອນຫນ້ານັ້ນ, ທ່ານປະທານປະເທດເຈືອງເຕີນຊາງໄດ້ພົບປະໂອ້ລົມກັບພະນັກງານສະຖານທູດຫວຽດນາມ ແລະ ຊາວຫວຽດນາມ ອາໄສຢູ່ ໂມຊຳບີກ. ຕອນບ່າຍວັນດຽວກັນ, ທ່ານປະທານປະເທດເຈືອງເຕີນຊາງ ໄປຢ້ຽມຢາມ ແລະ ຊອກຮູ້ການເຄື່ອນໄຫວດຳເນີນທຸລະກິດຢູ່ບໍລິສັດໂທລະຄົມມະນາຄົມ Movitel ຊຶ່ງແມ່ນບໍລິສັດຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດ Viettel ຂອງຫວຽດນາມກັບ ໂມຊຳບີກ. ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ປະທານາທິບໍດີ Filipe Nyusi ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂມຊຳບີກ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ເຈືອງເຕີນຊາງ ມີຄວາມເຊື່ອໝັ້ນວ່າ: ຫວຽດນາມ ຈະກາຍເປັນຫນຶ່ງໃນຈຳນວນ 10 ຄູ່ຮ່ວມມືແຖວຫນ້າຂອງ ໂມຊຳບີກ.
TAG
vovworld/ດຳເນີນທຸລະກິດ
Related






