ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ສິ້ນສຸດການຢ້ຽມຢາມສະຫະພັນສະວິດຢ່່າງດີງາມ
19/03/2014 12:06
(vovworld)- ໃນຂອບເຂດການຢ້ຽມຢາມ ສະຫະພັນສະວິດຢ່່າງເປັນທາງການ, ຕອນບ່າຍວັນທີ 19/3, ຕາມເວລາຫວຽດນາມ...

ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ແລະ ທ່ານປະທານສະພາຕ່ຳແຫ່ງ ສະຫະພັນສະວິດ Lustenberger (ພາບ: TTXVN) (vovworld)- ໃນຂອບເຂດການຢ້ຽມຢາມ ສະຫະພັນສະວິດຢ່່າງເປັນທາງການ, ຕອນບ່າຍວັນທີ 19/3, ຕາມເວລາຫວຽດນາມ, ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໄດ້ພົບປະກັບທ່ານ ປະທານສະພາແຫ່ງລັດ (ສະພາສູງ)ແຫ່ງ ສະຫະພັນສະວິດ Hannes Germann ແລະ ເຂົ້າຮ່ວມວາລະປະຊຸມຄົບຄະນະຂອງສະພາຕ່ຳ, ສະພາສູງ. ທີ່ການພົບປະ, ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງຢືນຢັນວ່າ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມຄັ້ງນີ້ ແມ່ນເພື່ອຊຸກຍູ້, ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ 2 ປະເທດເວົ້າລວມ ແລະ ລະຫວ່າງ 2 ອົງການນິຕິບັນຍັດເວົ້າສະເພາະໃຫ້ເລິກເຊິ່ງຍິ່ງໆຂຶ້ນ, ພ້ອມທັງເຊື່ອໝັ້ນວ່າ ການຢ້ຽມຢາມຈະເປີດແງ່ຫວັງຮ່ວມມືໃໝ່ໃນການພົວພັນ 2 ຝ່າຍ ກໍຄືການພົວພັນຮ່ວມມືລະຫວ່າງພາກພື້ນ ແລະ ສາກົນ. ສ່ວນທ່ານປະທານສະພາແຫ່ງລັດ (ສະພາສູງ)ແຫ່ງ ສະຫະພັນສະວິດ Hannes Germann ຢືນຢັນວ່າ ການຮ່ວມມືລະຫວ່າງລັດຖະສະພາຂອງ 2 ປະເທດ ແມ່ນໜຶ່ງໃນບັນດາການຮ່ວມມືທີ່ມີປະສິດທິຜົນໃນສາຍພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ ສະເໜີສະພາແຫ່ງຊາດຂອງ 2 ປະເທດຈົ່ງເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ແລກປ່ຽນບົດຮຽນໃນວຽກງານສ້າງກົດໝາຍ, ຕິດຕາມກວດກາ; ຍູ້ແຮງບົດບາດຕິດຕາມກວດກາການປະຕິບັດສັນຍາສະບັບຕ່າງໆລະຫວ່າງ 2 ປະເທດເພື່ອບັນລຸໝາກຜົນທີ່ແທດຈິງ. ຕອນຄ່ຳວັນດຽວກັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງພ້ອມດ້ວຍຄະນະໄດ້ອອກຈາກ Bern , ສິ້ນສຸດການຢ້ຽມຢາມສະວິດ ແລະ ເດີນທາງໄປຢ້ຽມອີຕາລີຢ່າງເປັນທາງການ.
TAG
vov/vovworld/ສະພາແຫ່ງຊາດ ສະວິດ
Related





