ທ່ານTedOsiusກາຍເປັນເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມຢ່າງເປັນທາງການ
19/11/2014 10:20
(vovworld)- ຕອນຄ່ຳວັນທີ 18/11, ສະພາສູງອາເມລິກາ ໄດ້ໃຫ້ສັດຕະຍາບັນແຕ່ງຕັ້ງທ່ານ Ted Osius ເປັນເອກອັກຄະລັດຖະທູດອາເມລິກາ

ທ່ານ Ted Osius ພາບ:flickr.com (vovworld)- ຕອນຄ່ຳວັນທີ 18/11, ສະພາສູງອາເມລິກາ ໄດ້ໃຫ້ສັດຕະຍາບັນແຕ່ງຕັ້ງທ່ານ Ted Osius ເປັນເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມຢ່າງເປັນທາງການ ແທນໃຫ້ທ່ານ David Shear ຜູ້ທີ່ຫາກໍ່ສິ້ນສຸດອາຍຸການການທູດຢູ່ຫວຽດນາມ. ຂ່າວຄາວດັ່ງກ່າວໂດຍແມ່ນທ່ານ Jeff Rathke, ຫົວຫນ້າພະແນກການຂ່າວ ຂຶ້ນກັບກະຊວງການຕ່າງປະເທດອາເມລິກາ ປະກາດທີ່ການປະຊຸມຂ່າວໃນຕອນເຊົ້າວັນທີ 19/11. ທ່ານ Ted Osiu ແມ່ນນັກການທູດ ມີໄລຍະເວລາໄດ້ເຮັດວຽກຢູ່ ອິນໂດເນເຊຍ, ອິນເດຍ, ຫວຽດນາມ, ໄທ ແລະ ຟິລີບປີນ. Nhat Quynh ນັກຂ່າວ VOV ປະຈຳອາເມລິກາ
TAG
vovworld/ສັດຕະຍາບັນ
Related





