ຖະແຫຼງການຮ່ວມ ບາລີ ກ່ຽວກັບປະຊາຄົມ ອາຊຽນ
18/11/2011 15:41
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 19 ເຊິ່ງພວມດຳເນີນຢູ່ ບາລີນັ້ນ, ຕອນບ່າຍວັນທີ 17 ພະຈິກ, ການນຳບັນດາປະເທດ ອາຊຽນ ໄດ້ລົງນາມໃນຖະແຫຼງການຮ່ວມ ບາລີ ກ່ຽວກັບປະຊາຄົມ ອາຊຽນ ໃນປະຊາຄົມສາກົນຂອງບັນດາປະຊາຊາດ ຫຼືເອີ້ນວ່າສົນທິສັນຍາ ບາລີ III.

ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 19 ເຊິ່ງພວມດຳເນີນຢູ່ ບາລີນັ້ນ, ຕອນບ່າຍວັນທີ 17 ພະຈິກ, ການນຳບັນດາປະເທດ ອາຊຽນ ໄດ້ລົງນາມໃນຖະແຫຼງການຮ່ວມ ບາລີ ກ່ຽວກັບປະຊາຄົມ ອາຊຽນ ໃນປະຊາຄົມສາກົນຂອງບັນດາປະຊາຊາດ ຫຼືເອີ້ນວ່າສົນທິສັນຍາ ບາລີ III. ສົນທິສັນຍາ ບາລີ III ໄດ້ກຳນົດວ່າ: ບັນດາປະເທດ ອາຊຽນ ໝັ້ນໝາຍພ້ອມກັນດຳເນີນການຮ່ວມມືຫຼາຍຂົງເຂດໃນພາກພື້ນແລະໃນທົ່ວ ໂລກ. ກ່ຽວກັບການຮ່ວມມືທາງດ້ານການເມືອງ - ປ້ອງກັນຄວາມສະ ຫງົບແມ່ນເພື່ອປະກອບສ່ວນຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພ ແລະ ສະຖຽນລະພາບ. ຮັບປະກັນຄວາມປອດໄພ, ຄວາມເສລີໃນການເດີນທະເລ, ຍູ້ແຮງການຮ່ວມມືເດີນທະເລ; ສືບຕໍ່ຄວາມມານະພະຍາຍາມເພື່ອມຸ້ງໄປເຖິງຄວາມເຫັນດີເຫັນພ້ອມລວມກ່ຽວກັບບັນດາບັນ ຫາທີ່ກ່ຽວຂ້ອງເຖິງສົນທິສັນຍາກ່ຽວກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ປອດອາວຸດນິບຄະເລຍ (SEANWFZ). ກ່ຽວກັບການຮ່ວມມືດ້ານເສດ ຖະກິດ: ສົນທິສັນຍາ ບາລີ III ກຳນົດບັນດາເນື້ອໃນຜັນຂະຫຍາຍປະຊາຄົມເສດຖະກິດ ອາຊຽນ ແລະ ຊຸກຍູ້ການເຊື່ອມໂຍງຢ່າງຄົບຖ້ວນຂອງອາຊຽນ ເຂົ້າໃນພື້ນຖານເສດຖະກິດທົ່ວໂລກ. ເພີ່ມທະວີການຮ່ວມມືດ້ານການເງິນ ແລະ ປະສານງານດ້ານເສດຖະກິດມະຫາພາກທັງພາຍໃນ ແລະ ນອກອາຊຽນ. ຍູ້ແຮງຄວາມມານະພະຍາຍາມຮ່ວມກ່ຽວກັບການຄ້ຳປະກັນທັນຍາຫານ ແລະ ພະລັງງານກັບປະເທດຕ່າງໆ, ກໍ່ຄືການພົວພັນຮ່ວມມືກັບບັນດາອົງການສາກົນທີ່ກ່ຽວຂ້ອງ. ກ່ຽວກັບການຮ່ວມມືທາງດ້ານວັດທະນະທຳ - ສັງຄົມ, ສົນທິສັນຍາ ບາລີ III ກຳນົດເພີ່ມທະວີການຮ່ວມມືຂອງ ອາຊຽນ ໃນຂອບເຂດທົ່ວໂລກ ເພື່ອແນໃສ່ຊຸກຍູ້ຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ… ບັນດາການນຳອາຊຽນໄດ້ເຫັນດີເປັນເອກະສັນກັບບັນດາປະເທດ ອາຊຽນ ຈະປະກອບສ່ວນຢ່າງຕັ້ງໜ້າ ເພື່ອບັນລຸຂໍ້ຕົກລົງທີ່ສົມດຸ່ນ, ຮອບດ້ານ ແລະ ຜູກມັດດ້ານນິຕິກຳຕາມຈິດໃຈຂອງສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງດິນຟ້າອາກາດ, ຊຸກຍູ້ການຮ່ວມມືກ່ຽວກັບການເບິ່ງແຍງສຸຂະພາຍ, ການພັດທະນາວິທະຍາສາດເຕັກໂນໂລຢີ, ການສຶກສາ, ການພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະວັດທະ ນະທຳ, ໃນນັ້ນມີບັນດາຄຳໝັ້ນສັນຍາສຳຫຼັບບັນດາເປົ້າໝາຍສະຫັດຕະ ວັດຂອງ ສປຊ.
Related





