ຖະແຫຼງການຮ່ວມຫວຽດນາມແລະສະຫະພາບເອີລົບ
26/08/2014 06:50
ໃນການພົບປະຄັ້ງຕ່າງໆ, ການນຳ 2 ຝ່າຍຕີລາຄາສູງສັນຍາແມ່ກ່ຽວກັບຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA) ລະຫວ່າງ ຫວຽດນາມ ແລະ ອີຢູ

(vovworld) – ເນື່ອງໃນໂອກາດທ່ານປະທານຄະນະກຳມະການເອີລົບ (EC) José Manuel Barroso ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 25 – 26/8/2014, ວັນທີ 25/8, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຊີ້ແຈ້ງໝາກຜົນຂອງການຢ້ຽມຢາມ. ຕາມນັ້ນແລ້ວ, ໃນການພົບປະຄັ້ງຕ່າງໆ, ການນຳ 2 ຝ່າຍຕີລາຄາສູງສັນຍາແມ່ກ່ຽວກັບຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ (PCA) ລະຫວ່າງ ຫວຽດນາມ ແລະ ອີຢູ, ຖືນີ້ແມ່ນບາດກ້າວກະໂດດຂັ້ນກ່ຽວກັບຄຸນນະພາບຂອງການພົວພັນຄູ່ຮ່ວມມື 2 ຝ່າຍ, ອະນຸຍາດໃຫ້ພັດທະນາການພົວພັນທີ່ເປັນມູນເຊື້ອໃນຂົງເຂດການຄ້າ ແລະ ພັດທະນາບັນດາຂົງເຂດອື່ນໆຄື: ສິ່ງແວດລ້ອມ ແລະ ການປ່ຽນແປງຂອງດິນຟ້າອາກາດ, ສິດທິມະນຸດ... ທ່ານປະທານ EC Barroso ເນັ້ນໜັກໃຫ້ຄຳໝັ້ນສັນຍາຂອງ ອີຢູ ໃນການພົວພັນກັບ ຫວຽດນາມ, ຕີລາຄາສູງບົດບາດຂອງ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອີຢູ ແລະ ແມ່ນສະມາຊິກສຳຄັນໃນອາຊຽນ ແລະ ໃນໂລກ. 2 ຝ່າຍຊົມເຊີຍເລື່ອງສືບຕໍ່ເປີດກ້ວາງການຄ້າ 2 ຝ່າຍ ແລະ ທີ່ຕັ້ງບົດບາດຂອງ ອີຢູ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດ ແລະ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 2 ຂອງ ຫວຽດນາມ. ທ່ານປະທານ EC Barroso ສະແດງຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະສືບຕໍ່ແມ່ນຈຸດນັດພົບທີ່ດູດດື່ມສຳລັບບັນດານັກລົງທຶນຕ່າງປະເທດ, ໃນນັ້ນມີບັນດານັກລົງທຶນ ແລະ ວິສາຫະກິດເອີລົບ. ຫວັງວ່າຈະສຳເລັດວິວັດທະນາການເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອີຢູ.
TAG
vovworld/vov/ຖະແຫຼງການຮ່ວມ
Related






