USAID ອຸປະຖຳໂຄງການຫຼຸດຜ່ອນຄວາມເປັນອັນຕະລາຍຕໍ່ສຸຂະພາບຂອງປະຊາຊົນຍ້ອນໂລກໄຂ້ຫວັດສັດປີກ
11/02/2014 11:58
(vovworld)- ໂຄງການ “ ເພີ່ມທະວີຄວາມສາມາດນຳໃຊ້ວິທີເພື່ອສຸຂະພາບຢູ່ຫວຽດນາມ” ທີ່ມີມູນຄ່າ 800.000 USD ໂດຍ USAID ອຸປະຖຳ...

(ພາບປະກອບ) (vovworld)- ໂຄງການ “ ເພີ່ມທະວີຄວາມສາມາດນຳໃຊ້ວິທີເພື່ອສຸຂະພາບຢູ່ຫວຽດນາມ” ທີ່ມີມູນຄ່າ 800.000 USD ໂດຍອົງການພັດທະນາສາກົນອາເມລິກາ USAID ອຸປະຖຳ ຈະຖືກຜັນຂະຫຍາຍນແຕ່ນີ້ຫາເດືອນ 9/2015 ໂດຍມີການສົມທົບຂອງກະຊວງກະສີກຳ ແລະ ພັດທະນາຊົນນະບົດ ແລະ ກະຊວງສາທາລະນະສຸກ. ຈຸດປະສົງຂອງໂຄງການແມ່ນປະກອບສ່ວນຫຼຸດຜ່ອນຄວາມເປັນອັນຕະ ລາຍຕໍ່ສຸຂະພາບຂອງປະຊາຊົນຍ້ອນໂລກໄຂ້ຫວັດສັດປີກ, ໂລກລະບາດ ແລະ ພະຍາດຕິດແປດຕ່າງໆໂດຍຜ່ານການການນຳໃຊ້ວິທີເພື່ອສຸຂະພາບຢູ່ຫວຽດ ນາມ. ໂຄງການນີ້ຈະປະກອບສ່ວນສ້າງກົນໄກສົມທົບ ແລະ ປົວແປງການຮັບມືກັບໂລກໄຂ້ຫວັດສັດປີກ, ໂລກລະບາດ ແລະ ພະຍາດຕິດແປດຕ່າງໆ, ພ້ອມທັງເພີ່ມທະວີການສົນທະນານະໂຍບາຍລະດັບຊາດ ແລະ ກົນໄກແບ່ງປັນຄວາມຮູ້ຢູ່ຫວຽດນາມກໍຄືໃນເຄືອຂ່າຍພາກພື້ນ ແລະ ສາກົນ.
TAG
vov/vovworld/ໂລກໄຂ້ຫວັດສັດປີກ
Related





