ວັນບຸນສີສັນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ
08/02/2015 08:23
(vovworld)- ວັນບຸນສີສັນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ ໂດຍກະຊວງວັດທະນະທຳ

ວັນບຸນສີສັນລະດູບານໃຫມ່ ພາບ:langvietonline (vovworld)- ວັນບຸນສີສັນລະດູບານໃຫມ່ຢູ່ທຸກແຖບຖິ່ນຂອງປະເທດຊາດ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ດຳເນີນໄປແຕ່ວັນທີ 7 – 14/2 ຢູ່ ໝູ່ບ້ານວັດທະນະທຳ ທ່ອງທ່ຽວ ບັນດາເຜົ່າ ຫວຽດນາມ ຢູ່ດົງໂມ ເຊີນໄຕ ຮ່າໂນ້ຍ. ເປີດສາກໃຫ້ບັນດາລາຍການຂອງວັນບຸນ ແມ່ນພິທີໄຂເຂດແນະນຳໝູ່ບ້ານຫັດຖະກຳ, ອາຫານການກິນ, ຜະລິດຕະພັນພິເສດຂອງຊາວຊົນເຜົ່າ. ທ່ານ ຫງວຽນດີງເລີ້ຍ, ຮອງຫົວຫນ້າຄະນະຄຸ້ມຄອງໝູ່ບ້ານວັດທະນະທຳ ທ່ອງທ່ຽວບັນດາເຜົ່າຫວຽດນາມ, ຫົວຫນ້າຄະນະຈັດຕັ້ງໃຫ້ຮູ້ວ່າ: ນີ້ແມ່ນຫນຶ່ງໃນບັນດາການເຄື່ອນໄຫວມີຄວາມໝາຍສຳຄັນ ເພື່ອໂຄສະນາບັນດາຜະລິດຕະພັນພິເສດຂອງບັນດາເຜົ່າເຖິງແຂກເຂົ້າຮ່ວມ.
TAG
vovworld/ສີສັນລະດູບານໃຫມ່
Related





