ວັນທີ13/2-ວັນກະຈາຍສຽງໂລກ
13/02/2014 08:34
(vovworld) - ວັນທີ 13/2, ໂລກສະເຫລີມສະຫລອງວັນກະຈາຍສຽງໂລກ ເພື່ອເຊີດຊູ radio

ພາບປະກອບ (vovworld) - ວັນທີ 13/2, ໂລກສະເຫລີມສະຫລອງວັນກະຈາຍສຽງໂລກ ເພື່ອເຊີດຊູ radio ດ້ວຍຖານະເປັນພາຫະນະສ່ືມວນຊົນ, ສົ່ງເສີມບັນດາລະບົບກະຈາຍສຽງຊຸກຍູ້ການສຳພັດຂໍ້ມູນຂ່າວສານ, ສະແດງທັດສະນະຢ່າງເສລີພາບ ແລະ ຄວາມສະເຫມີພາບລະຫວ່າງຍິງຊາຍທາງຄື້ນກະຈາຍສຽງ. ດ້ວຍຫົວຂໍ້ວ່າ: ຄວາມສະເຫມີພາບລະຫວ່າງຍິງຊາຍ ແລະ ມອບສິດໃຫ້ເພດຍິງ”, ປີ 2014, ບັນດາການເຄື່ອນໄຫວສະເຫລີມສະຫລອງວັນກະຈາຍສຽງໂລກຖືກດຳເນີນໄປໃນທົ່ວໂລກ ຈະສຸມໃສ່ຊຸກຍູ້ຄວາມສະເຫມີພາບລະຫວ່າງຍິງຊາຍຜ່ານການຍົກສູງຄວາມຮັບຮູ້ຂອງບັນດານັກຄຸ້ມຄອງ, ນັກຂ່າວ ແລະ ບັນດາລັດຖະບານໃນການພັດທະນານະໂຍບາຍ, ຍຸດທະສາດທີ່ກ່ຽວຂ້ອງເຖິງເພດ ແລະ ສະຫງວນໃຫ້ແກ່ກະຈາຍສຽງ, ສ້າງຄວາມຊຳນານງານໃນການຜະລິດລາຍການກະຈາຍສຽງ ໃຫ້ແກ່ໄວຫນຸ່ມ, ດ້ວຍຈຸດສຸມແມ່ນມຸ່ງໄປສູ່ບັນດາຊາວຫນຸ່ມຍິງ ຊ່ຶງແມ່ນຜູ້ຜະລິດລາຍການ, ໂຄສົກ, ນັກຂ່າວ. ເນ່ືອງໃນໂອກາດນີ້, ງານວາງສະແດງ radio ໂລກ 2014 ຖືກຈັດຂຶ້ນຢູ່ Paris ປະເທດ ຝລັ່ງ ໃນວັນທີ 12/2. ທ່ານ Nicolas Leroux ຜູ້ຕາງຫນ້າກຸ່ມບໍລິສັດ Winmedia suppotr ໄດ້ໃຫ້ຂໍ້ສັງເກດວ່າ:
TAG
vovworld/vov/ວັນກະຈາຍສຽງໂລກ
Related






