ວົງການເຈົ້າຫນ້າທີ່ອາເມລິກາເລັ່ງລັດທຳນຽບຂາວປະເຊີນຫນ້າກັບIS
01/09/2014 08:33
(vovworld)- ຕໍ່ຫນ້າສະພາບການທີ່ ລັດອິດສະລາມຂະຫນານນາມເອງ IS ໄດ້ກາຍເປັນໄພນາບຂູ່ເຖິງຄວາມສະຫງົບບໍ່ພຽງແຕ່ສຳລັບ

ກຳລັງກະບົດ IS photo:tamnhin.net (vovworld)- ຕໍ່ຫນ້າສະພາບການທີ່ ລັດອິດສະລາມຂະຫນານນາມເອງ IS ໄດ້ກາຍເປັນໄພນາບຂູ່ເຖິງຄວາມສະຫງົບບໍ່ພຽງແຕ່ສຳລັບ ອາເມລິກາ ເທົ່ານັ້ນ ຫາກຍັງຕໍ່ຫລາຍປະເທດອື່ນອີກດ້ວຍ, ວັນທີ 31/8, ການນຳສະພາສູງ ແລະ ສະພາຕຳ່ ອາເມລິກາ ໄດ້ອອກສຽງເລັ່ງລັດ ປະທານາທິບໍດີ ອາເມລິກາ Barack Obama ຈົ່ງຜັນຂະຫຍາຍການກະທຳຢ່າງວ່ອງໄວ ເພື່ອປະເຊີນຫນ້າກັບໄພນາບຂູ່ດັ່ງກ່າວ. ໃນຂະນະນັ້ນ ປະທານຄະນະກຳມະການສືບລາຊະການລັບ ຂອງສະພາສູງ ອາເມລິກາ, ທ່ານ Diane Feinstein ຖືວ່າ: ທຳນຽບຂາວ ຄວນຜັນຂະຫຍາຍການກະທຳລະອຽດ ເພື່ອປະເຊີນຫນ້າກັບ IS. ສ່ວນທ່ານ John Mc Cain, ສະມາຊິກພັກສາທາລະນະລັດ ໄດ້ຮັບຮູ້ວ່າ: IS ພວມກາຍເປັນໄພນາບຂູ່ໂດຍກົງເຖິງ ອາເມລິກາ ແລະ ທຳນຽບຂາວ ຄວນມີມາດຕະການຢ່າງວ່ອງໄວ ເພື່ອຕີໃຫ້ອົງການນີ້ຖືກປະລາໄຊ ຂະນະທີ່ IS ພວມຄວບຄຸມ 1/3 ເຂດດິນແດນ ອີຣັກ.
TAG
vovworld/ອິດສະລາມ
Related





