ນີ້ແມ່ນຂໍ້ມູນໂດຍ ຄະນະກຳມະການປະຊາຊົນແຂວງ ຢາລາຍ ໄດ້ປະກາດໃນການຖະແຫຼງຂ່າວທີ່ດຳເນີນໃນວັນທີ 16 ກໍລະກົດ.
ທ່ານ ເລິມຫາຍຢາງ, ຮອງປະທານຄະນະກຳມະການປະຊາຊົນແຂວງ ຢາລາຍ, ຢັ້ງຢືນວ່າ ເຫດການດັ່ງກ່າວມຸ່ງໄປເຖິງເປົ້າໝາຍສ້າງກົນໄກສົມທົບຫຼໍ່ລ້ຽງບັນດາ startup ເຕັກໂນໂລຢີລົງເລິກ ຢູ່ທ້ອງຖິ່ນ. ທ່ານກ່າວວ່າ:
“ບັນດານັກຊ່ຽວຊານ ແລະ ນັກວິທະຍາສາດແຖວໜ້າຢູ່ພາຍໃນ ແລະ ຕ່າງປະເທດ ມາ ຢາລາຍ ເພື່ອປຶກສາຫາລື ແລະ ກຳນົດ, ໃຫ້ຄຳປຶກສາກ່ຽວກັບທິດທາງເຊິ່ງ ຢາລາຍ ຈະຜັນຂະຫຍາຍເພື່ອພັດທະນາເຕັກໂນໂລຢີກວນເຕີມ. ສ້າງເຂດວາງສະແດງ ແລະ ລົງຕົວຈິງກ່ຽວກັບເຕັກໂນໂລຢີກວນເຕີມ ຈະຊ່ວຍໃຫ້ປະຊາຊົນ, ພິເສດແມ່ນຄົນລຸ້ນໜຸ່ມ ໄດ້ເຂົ້າເຖິງ ແລະ ສຳຜັດກັບຕາບັນດາຮູບແບບເຕັກໂນໂລຢີກວນເຕີມ, ປຸກລຸກຄວາມເມົາມົວ, ຄວາມຄາດຫວັງ, ຈາກນັ້ນ ຈະສ້າງກາຍເປັນບັນດານັກວິທະຍາສາດກວນເຕີມຂອງ ຢາລາຍ ໃນອະນາຄົດ”.





