ແບ່ງປັນເຂົ້າສານແຫ່ງສາຍຈິດມິດໃຈ
09/11/2012 17:00
ໂດຍໄດ້ຮັບຂ່າວວ່າປະຊາຊົນບັນດາແຂວງທາງທິດເໜືອຂອງພາກກາງປະສົບກັບຄວາມເສຍຫາຍ ຍ້ອນຝົນຕົກນ້ຳແກ່ງຖ້ວມເມື່ອທ້າຍເດືອນ 8 ຕົ້ນເດືອນ 9 ຜ່ານມາ, ທ່ານ Tran Thanh Long (ຢູ່ເມືອງເກົ່າໄຢ໋, ຮ່າໂນ້ຍ) ໄດ້ສະໜັບສະໜູນເຂົ້າສານ 10 ໂຕນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ

(vovworld) - ໂດຍໄດ້ຮັບຂ່າວວ່າປະຊາຊົນບັນດາແຂວງທາງທິດເໜືອຂອງພາກກາງປະສົບກັບຄວາມເສຍຫາຍ ຍ້ອນຝົນຕົກນ້ຳແກ່ງຖ້ວມເມື່ອທ້າຍເດືອນ 8 ຕົ້ນເດືອນ 9 ຜ່ານມາ, ທ່ານ Tran Thanh Long (ຢູ່ເຮືອນເລກ 56 ຖະໜົນ ຫວູຟ້າມຮ່າມ, ຈູງຮ່ວາ, ເມືອງເກົ່າໄຢ໋, ຮ່າໂນ້ຍ) ໄດ້ສະໜັບສະໜູນເຂົ້າສານ 10 ໂຕນ ເພື່ອຊ່ວຍເຫຼືອພໍ່ແມ່ປະຊາຊົນໃນເຂດດັ່ງກ່າວ. ດ້ວຍນ້ຳໃຈ “ຮັກແພງຊ່ວຍເຫຼືອມະນຸດດ້ວຍກັນ” - ນີ້ແມ່ນມູນເຊື້ອອັນດີງາມຂອງຊາວຫວຽດນາມ. ນັບແຕ່ສິບປີມານີ້, ທ່ານ Tran Thanh Long ເຄີຍມີການກະທຳຄືດັ່ງກ່າວ, ເພື່ອປະກອບສ່ວນແບ່ງປັນຄວາມທຸກຍາກກັບຜູ້ປະສົບເຄາະຮ້າຍ.
TAG
ຝົນຕົກ
ພາຍຸ
Related








