ເຮືອນເລກທີ 48 ຖະໜົນ ຫ່າງງາງ, ຮ່າໂນ້ຍ-ແຫ່ງທີ່ປະທານໂຮ່ຈີມິນ ແຕ່ງຖະແຫຼງການປະກາດເອກະລາດ
22/08/2018 05:51
(VOVWORLD) - ເຮືອນເລກທີ 48 ຖະໜົນ ຫ່າງງາງ ແມ່ນຖືກຕັ້ງຢູ່ໃນຄຸ້ມຖະໜົນເກົ່າ ຂອງນະຄອນຫຼວງ ຮ່າໂນ້ຍ. ຢູ່ແຫ່ງນີ້ ໃນປີ 1945 ປະທານ ໂຮ່ຈີມິນ ໄດ້ແຕ່ງຖະແຫຼງການປະກາດເອກະລາດ ສະຖາປະນາປະເທດ ສາທາລະນະລັດປະຊາທິປະໄຕ ຫວຽດນາມ, ວັນເວລາໄດ້ລ່ວງເລີຍໄປ, ເຮືອນເລກທີ 48 ຖະໜົນ ຫ່າງງາງ ປັດຈຸບັນ ໄດ້ເປີດປະຕູເພື່ອຕ້ອນຮັບແຂກ ເຂົ້າມາຢ້ຽມຊົມຊອກຮູ້ ທັດສະນະສຶກສາ. ເຮືອນຫ້ອງແຖວນີ້ ໄດ້ເຂົ້າສູ່ປະຫວັດສາດຂອງຊາດ ຫວຽດນາມ ກາຍເປັນສະຖານທີ່ປະຫວັດສາດ ທີ່ສັກກາລະບູຊາ.
ເຮືອນເລກທີ 48 ຖະໜົນ ຫ່າງງາງ, ຮ່າໂນ້ຍ 73 ປີຄືນຫຼັງ, ເຮືອນເລກທີ 48 ຖະໜົນ ຫ່າງງາງ ແມ່ນຂອງລຸງ ຈິ້ງວັນໂບ ແລະ ປ້າ ຮວ່າງທິມິງໂຮ່ ເຊິ່ງແມ່ນນັກທຸລະກິດ ຄ້າຂາຍແພໄໝທີ່ຮັ່ງມີ ແລະ ມີຊື່ສຽງ. ໃນຊຸມມື້ທຳອິດ ຂອງການປະຕິວັດເດືອນສິງຫາປີ 1945, ເຮືອນຫ້ອງແຖວ ນີ້ ແມ່ນສະຖານທີ່ເຮັດວຽກ ຂອງຄະນະປະຈຳສູນກາງພັກ ແລະ ປະທານໂຮ່ຈີມິນ, ຢູ່ທີ່ນີ້, ປະທານໂຮ່ຈີມິນ ໄດ້ແຕ່ງຖະແຫຼງການປະກາດເອກະລາດ ທີ່ເພິ່ນໄດ້ກ່າວຢູ່ສະໜາມຫຼວງ ບາດີງ, ຮ່າໂນ້ຍ ເມື່ອວັນທີ 2 ກັນຍາ ປີ 1945, ສະຖາປະນາປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ນາງ ແກັວກ ທິ ເຮືອງ ຈ່າ ຜູ້ນຳທ່ຽວຊົມຢູ່ສະຖານທີ່ປະຫວັດສາດ ເຮືອນເລກທີ 48 ຖະໜົນ ຫ່າງງາງ ໃຫ້ຮູ້ວ່າ: “ເມື່ອກ່ອນໃນເຮືອນຫ້ອງແຖວນີ້, ຊັ້ນໜຶ່ງ ແມ່ນຮ້ານຂາຍແພໄໝ ຢູ່ແຄມຖະໜົນຫ່າງງາງ, ມີເດີນ, ສາງເກັບມ້ຽນສິນຄ້າ, ບ່ອນຈອດລົດ ແມ່ນຢູ່ທາງຫຼັງທີ່ອອກສູ່ຖະໜົນ ຫ່າງເກິນ. ສ່ວນຊັ້ນສອງ ແມ່ນຫ້ອງຮັບແຂກ, ຫ້ອງຄົວກິນ. ຊັ້ນສາມ ແລະ ຊັ້ນສີ່ ແມ່ນໃຊ້ເປັນບ່ອນນອນ. ໂດຍແມ່ນສະຖານທີ່ ທີ່ມີຄວາມສະດວກຫຼາຍຢ່າງ, ພັດແມ່ນຮາກຖານປະຕິວັດ ນັບແຕ່ໄລຍະກ່ອນດຳເນີນການລຸກຮື້ຂຶ້ນ, ເຮືອນເລກທີ 48 ຖະໜົນ ຫ່າງງາງ ໄດ້ຮັບເລືອກຈາກສູນກາງພັກ ເປັນສະຖານທີ່ເຮັດວຽກ, ທັງແມ່ນບ່ອນຢູ່ຂອງປະທານໂຮ່ຈີມິນ ແຕ່ວັນທີ 25 ສິງຫາ ປີ 1945 ຫາ ວັນທີ 2 ກັນຍາ ປີ 1945”. ໃນໄລຍະຕໍ່ມາ ເຮືອນເລກທີ 48 ຖະໜົນ ຫ່າງງາງ ໄດ້ຖືກຄອບຄົວ ລຸງຈິ້ງວັນໂບ ບໍລິຈາກໃຫ້ລັດ ແລະ ກາຍເປັນສະຖານທີ່ປະຫວັດສາດຂອງຊາດ, ເພາະຢູ່ແຫ່ງນີ້ ໄດ້ຕິດພັນກັບເຫດການທີ່ສຳຄັນຂອງປະເທດຊາດ. ຜ່ານບັນດາໄລຍະແຫ່ງປະຫວັດສາດ, ມາຮອດປັດຈຸບັນ, ສະຖາປັດຕະຍາກຳຂອງເຮືອນ ເກືອບຄືວ່າຍັງຄົງຖືກຮັກສາໄວ້ເໝືອນເດີມ. ປັດຈຸບັນຢູ່ຊັ້ນໜຶ່ງ ຖືກໃຊ້ເປັນບ່ອນວາງສະແດງບັນດາຮູບຖ່າຍ, ວັດຖຸເຄື່ອງຂອງ ຂອງປະທານໂຮ່ຈີມິນ ແລະ ບັນດານັກປະຕິວັດຜູ້ອາວຸໂສ. ສ່ວນຊັ້ນສອງ ແມ່ນບ່ອນເຮັດວຽກຂອງ ປະທານໂຮ່ຈີມິນ ແລະ ຄະນະປະຈຳສູນກາງພັກ ແລະ ຖືກຮັກສາດ້ວຍວັດຖຸເຄື່ອງຂອງ ເກືອບເໝືອນເດີມ. ນາງ ແກັວກ ທິ ເຮືອງ ໃຫ້ຮູ້ຕື່ມອີກວ່າ:
TAG
VOV/VOVworld/ຖະແຫຼງການ/ເອກະລາດ
Related








