VOV WorldVOV World
ຫໍນ້ຳ ຫ່າງເດົ້າ, ກິດຈະກຳມີອາຍຸເກືອບ 130 ປີຖືກປຸກລຸກດ້ວຍໂສມໜ້າໃໝ່
29/11/2023 08:00
(VOVWORLD) -ຫໍນ້ຳ ຫ່າງເດົ້າແມ່ນໜຶ່ງໃນຈຳນວນຫໍນ້ຳທຳອິດຢູ່ ຮ່າໂນ້ຍຕິດພັນກັບຊີວິດປະຈຳວັນຂອງຊາວນະຄອນຫຼວງນັບແຕ່ 100ກວ່າປີມານີ້. ເມື່ອບໍ່ດົນມານີ້ ຈິດຕະກອນຫງວຽນດຶກເຟືອງ, ນັກສະຖາປະນິກ ກາວເຖແອັງ ແລະ ບັນດາເພື່ອນຮ່ວມງານໄດ້ນຳໃຊ້ສິລະປະຈັດວາງເພື່ອປຸກລຸກກິດຈະກຳສະຖາປັດຕະຍະກຳບູຮານນີ້
ຫໍນ້ຳ ຫ່າງເດົ້າ, ກິດຈະກຳມີອາຍຸເກືອບ 130 ປີຖືກປຸກລຸກດ້ວຍໂສມໜ້າໃໝ່
 ຫໍນ້ຳ ຫ່າງເດົ້າ      ຫໍນ້ຳ ຫ່າງເດົ້າຕັ້ງຢູ່ທາງຫົກແຍກລະຫວ່າງຖະໜົນຫ່າງທາງ, ທ່າງເຫຼືອກ, ຫ່າງໃຢ່, ຟານດິ່ງຟຸ່ງ… ນີ້ແມ່ນໜຶ່ງໃນບັນດາກິດຈະກຳສະຖາປັດຕະຍະກຳບູຮານຢູ່ ຮ່າໂນ້ຍຖືກປຸກສ້າງແຕ່ປີ 1894 ປະກອບດ້ວຍສາມຊັ້ນໃນນັ້ນຊັ້ນດາດຟ້າແມ່ນຫໍນ້ຳໃຫຍ່ເຮັດດ້ວຍເຫຼັກກ້າສາມາດບັນຈຸໄດ້ 1.250 ແມັດກ້ອນ. ໃນຊຸມປີ 1960 ຂະນະທີ່ໂຮງນ້ຳປະປາອຽນຟຸຖືກຍົກລະດັບ ແລະ ປ່ຽນແປງເຕັກໂນໂລຊີສົ່ງນ້ຳສະອາດ, ຫໍນ້ຳ ຫ່າງເດົ້າຖືກຢຸດເຄື່ອນໄຫວແລະປິດປະຕູ.ແຕ່ກາງເດືອນ ພະຈິກທີ່ຜ່ານມາ ເປັນຄັ້ງທຳອິດທີ່ກິດຈະກຳນີ້ໄດ້ເປີດປະຕູຕ້ອນຮັບແຂກເຂົ້າມາຢ້ຽມຊົມທັດສະນະສຶກສາ.                     ດ້ວຍສິລະປະການຈັດວາງ, ກຸ່ມນັກອອກແບບໄດ້ຫັນຫໍນ້ຳ ຫ່າງເດົ້າ ກາຍເປັນເຂດສັກສິດດ້ວຍສຽງນ້ຳໄຫຼ, ແສງສະຫວ່າງ ແລະ ສິລະປະຈັດວາງ. ຢູ່ທາງໃນຂອງຫໍນ້ຳ ປະກອບດ້ວຍ 12 ຫ້ອງ. ໃນນັ້ນງານວາງສະແດງຈັດວາງ “ນ້ຳແລະມໍລະດົກຫໍນ້ຳ ຫ່າງເດົ້າ” ໄດ້ຮັບການປະຕິບັດຢູ່ 6 ຫ້ອງທາງນອກ. 6 ຫ້ອງເປັນສັນຍາລັກໃຫ້ແກ່ 9 ແຫຼ່ງນ້ຳໃນທຳມະຊາດລວມມີນ້ຳທະເລ, ນ້ຳຫ້ວຍ,ແມ່ນ້ຳ, ນ້ຳໃນພູ, ນ້ຳບາດານ ແລະ ນ້ຳຝົນ. ໃນແຕ່ລະຫ້ອງ ກຸ່ມນັກອອກແບບໄດ້ວາງໄຫໜຶ່ງໜ່ວຍທີ່ມີອາຍຸແຕ່ສະຕະວັດທີ XIX ແນໃສ່ປະກອບສ່ວນສ້າງເປັນລະບົບສຽງທີ່ມີຊີວິດຊີວາຂອງນ້ຳ. ຈິດຕະກອນ ຫວຽນດຶກເຟືອງ ເປີດເຜີຍວ່າ:     “ການຈັດວາງຂອງຂ້າພະເຈົ້າຖືກຈັດແບ່ງເປັນສອງສ່ວນ, ສ່ວນໜຶ່ງກ່ຽວຂ້ອງເຖິງບັນຫາໂສຕະສຳຜັດ ແລະ ອີກສ່ວນໜຶ່ງກ່ຽວຂ້ອງເຖິງຈັກຂຸສຳຜັດ. ບັນຫາ ຈັກຂຸສຳຜັດຢູ່ທີ່ນີ້ ຂ້າພະເຈົ້າຢາກນຳໃຊ້ ວັດສະດຸຜະລິດຄືນໃໝ່ ລະອຽດແມ່ນຢາງນິລົງ. ຂ້າພະເຈົ້າຢາກເນັ້ນໜັກກ່ຽວກັບຮູບພາບນັ້ນແມ່ນບັນຫາຂີ້ເຫຍື່ອຢູ່ຕົວເມືອງເຊິ່ງພວກເຮົາພວມເຫັນໃນປັດຈຸບັນ ສ່ວນການສຽງຂ້າພະເຈົ້າຢາກນຳມະນຸດເຮົາກັບຄືນສູ່ສະພາບປະຖົມບູຮານ ນັ້ນແມ່ນນຳໃຊ້ສຽງຂອງນ້ຳເພື່ອນຳມວນຊົນກັບຄືນສູ່ໂລກທຳມະຊາດຂອງນ້ຳ”.     
TAG
VOV/VOVworld/ຫໍນ້ຳ/ຢ້ຽມ​ຢາມ/ການ​ທ່ອງ​ທ່ຽວ/ມືດ​ມົວ