VOV WorldVOV World
ໝູ່ບ້ານຫາຍມິງ - ບ່ອນຜະລິດເຄື່ອງເຟີນີເຈີຕາມຮູບແບບເຄື່ອງບູຮານ
29/10/2016 12:18
ໝູ່ບ້ານ​ຫາຍ​ມິງ - ບ່ອນຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີຕາມຮູບແບບເຄື່ອງບູຮານ
ໂດຍ​ຕັ້ງ​ຢູ່​ເຂດ​ບ້ານ​ນາ​ທີ່​ລຽບ​ງ່າຍ ແລະ ມີ​ຄວາມ​ສະ​ຫງົບ​ສຸກ​ຂອງ​ແຂວງ​ນາມດິ້ງ, ຕາ​ແສງ​ຫາຍ​ມິງ, ເມືອງ​ຫາຍ​ເຫົ້​າ. ຫາຍ​ມິງ​ເປັນ​ສະ​ຖານ​ທີ່​ເພື່ອ​ໃຫ້​ຜູ້​ທີ່​ມີ​ຄວາມ​ເມົາ​ມົວ​ແກະສະຫຼັກ, ຄວັດ​ລວດລາຍມາ​ຄົ້ນ​ຫາ, ​ບັນ​ດາ​ເຄື່ອງ​ເຟີ​ນີ​ເຈີ​ເຫຼົ່ານັ້ນແມ່ນໄດ້ ຜະລິດ​ຕາມຮູບແບບຂອງເຄື່ອງບູຮານ. ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຄື່ອງ​ເຟີ​ນີ​ເຈີ​ຢູ່​ຕາ​ແສງ​ຫາຍ​ມິງ​ມີຫຼາຍ​ຮູບຫຼາຍ​ແບບ, ນັບ​ແຕ່​ເຄື​ອ່ງ​ບູຮານທຽມ, ເຄື່ອງໃຊ້ສອຍ​ທີ່ທາ​ສີແດງເຄືອບຄໍາ ຫຼື ສີທອງມັກໃຊ້ໃນຄອບຄົວຮັ່ງມີໃນສະໄໝກ່ອນ,ເຄື່ອງແກະຄວັດສະຫຼັກ, ຝັງໄຂ່ມຸກ....ມາ​ຢ້ຽມ​ຢາມ​ຕາ​ແສງ​ຫາຍ​ມິງ​ເພື່ອ​ໄດ້​ເຫັນບັນ​ດາ​ນາຍ​ຊ່າງ​ຢູ່​ທີ່ນີ້​ມີ​ຄວາມ​ສຸດ​ອົກ​ສຸດ​ໃຈ​ກັບ​ອາ​ຊີບເປັນ​ຄື​ແນວ​ໃດ.    ໝູ່ບ້ານ​ຫາຍ​ມິງ - ບ່ອນຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີຕາມຮູບແບບເຄື່ອງບູຮານ ໂດຍ​ຫ່າງ​ຈາກ​ນະ​ຄອນ​ນາມດິ້ງກວ່າ 40 ກິ​ໂລ​ແມັດ, ຕາ​ແສງ​ຫາຍ​ມິງ​ມີ​ຊື່​ສຽງ​ມາ​ແຕ່​ດົນ​ນານ​ດ້ວຍ​ອາ​ຊີບ​ຜະ​ລິດ​ເຄື່ອງ​​ສິ​ລະ​ປະ​ຫັດ​ຖະ​ກຳ​​ທີ່ເຮັດດ້ວຍ​ໄມ້. ປະ​ຈຸ​ບັນ​ທົ່ວ​ຕາ​ແສງ​ມີ​ຮາກ​ຖານ​ດຳ​ເນີນ​ທຸ​ລະ​ກິດ, ຜະ​ລິດ​ປະ​ເພດ​ສິນ​ຄ້ານີ້​ເກືອບ 200 ຮາກ​ຖານ. ທ່ານ ຫງວຽນ​ວັນ​ເຈື່ອງ ເຈົ້າ​ຂອງ​ຮາກ​ຖານ​​ຜະ​ລິດ​ຢູ່​ຕາ​ແສງ​ຫາຍ​ມິງ, ເມືອງ​ຫາຍ​ເຫົ້າ, ແຂວງ​ນາມດິ້ງ ໃຫ້​ຮູ້​ວ່າ ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ຫຖຍ​ມິງ​ເປັນ​ສິນ​ຄ້າ​ທີ່​ແຂກ​ເລືອກ​ເຟັ້ນ. ຜູ້​ທີ່​ນິ​ຍົມ ແລະ ມີ​ຄວາມ​ເຂົ້າ​ໃຈ ເຂົາ​ເຈົ້າ​ຈະ​ຊອກ​ຫາ​ທຸກວິ​ທີ​ເພື່ອ​ ມາ​ຢ້ຽມ​ຢາມ​ຫ໋າຍ​ມິງ ແລະ ສັ່ງ​ຈອງ​ສິນ​ຄ້າ.      “ໝູ່​ບ້ານ​ອາ​ຊີບນີ້​ມີ​ມາ​ແຕ່​ດົນ​ນານ. ​ຂ້າ​ພະ​ເຈົ້າ​ເກີດ​ມາ​ຍັງ​ນ້ອຍ​ຢູ່​ ສະ​ນັ້ນ​ຈຶ່ງບໍ່​ຮູ້​ປະ​ຫວັດ​ຄວາ​ມ​ເປັນ​ມາ​ຂອງໝູ່ບ້ານ​ອາ​ຊີບນີ້​ຄື​ແນວ​ໃດ ພຽງ​ແຕ່​ຮູ້​ວ່າ​ເມື່ອ​​ເວ​ລານັ້ນ​ຢູ່​ໃນ​ໝູ່ບ້ານ​ມີ 2-3 ຄົນ​ເທົ່າ​ນັ້ນ​ທີ່​ເຮັດ​ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​ດ້ວຍ​​ໄມ້. ເຄື່ອງ​ສິ​ລະ​ປະ​ຫັດ​ຖະ​ກຳ​​ທີ່​ເຮັດດ້ວຍ​ໄມ້ແມ່ນ​​ຜະ​ລິດຕາມ​​ຮູບແບບເຄື່ອງ​ເກົ່າ​ແກ່​, ມີ​ລັກ​ສະ​ນະ​ມາ​ແຕ່​ດົນ​ນານ, ເຕົ້າ​ໂຮມຍອດ​ຍິ່ງ ສະ​ນັ້ນ​ຈຶ່ງ​ພະ​ຍາ​ຍາມ​ຮ່ຳ​ຮຽ​ນ​ເອົາ. ຄຸນ​ລັກ​ສະ​ນະ​ພິ​ເສດ​ສະເພາະຂອງ​ໝູ່​ບ້ານ​ອາ​ຊີບ​ເຄື່ອງ​ເຟີ​ນີ​ເຈີ​ຫາຍ​ມິງ, ທົ່ວ​ປະ​ເທດ​ມີ​ພຽງ​ແຕ່​ຕາ​ແສງ​ຂ້າ​ພະ​ເຈົ້າ​ທີ່​ປະ​ກອບ​ອາ​ຊີບ​ຜະລິດເຄື່ອງເຟີນີເຈີຕາມຮູບ​ແບບ​ ​ເຄື່ອງບູ​ຮານຄື​ຊຸດ​ໂຕະ​ຕັ່ງ,​ ຕຽງ​, ຕູ້​ໂຊ ແລະ ບັນ​ດາ​ຊຸດ​ໂຕະ​ມົນ​ນ້ອຍ……..ພວກ​ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ທີ່​ເຮັດ​ຕາມສິ່ງ​ທີ່ຍອດ​ຍິ່ງຂອງບັນ​ດາ​ຜູ້​ສ້າງ​ອາ​ຊີບ​ລຸ່ນ​ທຳ​ອິດ
TAG
vovworld/ອາ​ຊີບ​ຫັດ​ຖະ​ກຳ