VOV WorldVOV World
ຄົ້ນຫາທັດສະນີຍະພາບທີ່ສວຍງາມຂອງດິນແດນແຫ່ງພະພຸດທະເຈົ້າໄຕທຽນ
29/03/2013 17:00
ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ໄຕ​ທຽນ​ ໄດ້​ກາຍ​ເປັນທີ່​ຮູ້​ຈັກ​ຂອງ​ຊາວ​ຫວຽດ​ນາມຫຼາຍ​ລຸ້ນ​ຄົນ. ເມື່ອ​ໄດ້​ເຫັນ​ຄວາມ​ງາມ​ຢູ່​ທີ່ນີ້, ຜູ້​ໄປ​ນະ​ມັດ​ສະ​ການ​ຈະ​ຮູ້​ສຶກ​ມີ​ຄວາມ​ສະ​ຫວາດ​ສະ​ເຫວີຍ.
ຄົ້ນຫາທັດສະນີຍະພາບທີ່ສວຍງາມຂອງດິນແດນແຫ່ງພະພຸດທະເຈົ້າໄຕທຽນ
(vovworld) - ໄຕ​ທຽນ, ເຊິ່ງ​ແມ່ນດິນ​ແດນແຫ່ງ​ພະ​ພຸດທະ​ເຈົ້າ, ແມ່ນ​ບ້ານ​ເກີດ​ຂອງ ດ້າວ​ເມົ໋າ (ເຈົ້າ​ແມ່) ​ຕັ້ງ​ຢູ່​ເມືອງ​ຕາມ​ດາວ, ແຂວງວິ້ງ​ຟຸກ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ໄຕ​ທຽນ​ ໄດ້​ກາຍ​ເປັນທີ່​ຮູ້​ຈັກ​ຂອງ​ຊາວ​ຫວຽດ​ນາມຫຼາຍ​ລຸ້ນ​ຄົນ. ໃນ​ເມື່ອ​ກ່ອນ, ເສັ້ນ​ທາງ​ໄປ​ຍັງ​ໄຕ​ທຽນ​ແມ່ນ​ທຸ​ລະ​ກັນ​ດານຫຼາຍ, ຕ້ອງຂ້າມ​ພູ​ສູງ​, ຄ້ອຍຊັນ, ເຫວ​ເລິກ. ແຕ່​ປະ​ຈຸ​ບັນ, ເສັ້ນ​ທາງ​ໄປ​ຍັງ​ຈອມ​ພູ​ໄຕ​ທຽນມີ​ຄວາມ​ສະ​ດວກ​ສະ​ບາຍກວ່າ ຍ້ອນ​ມີ​ລະ​ບົບ​ກະ​ເຊົ້າຂົນ​ສົ່ງ​ແຂກທ່ອງ​ທ່ຽວ. ເມື່ອ​ໄດ້​ເຫັນ​ຄວາມ​ງາມ​ຢູ່​ທີ່ນີ້, ຜູ້​ໄປ​ນະ​ມັດ​ສະ​ການ​ຈະ​ຮູ້​ສຶກ​ມີ​ຄວາມ​ສະ​ຫວາດ​ສະ​ເຫວີຍ. ໃນ​ລາຍ​ການ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ ພາກນີ້, ພວກ​ເຮົາ​ຂໍ​ແນະ​ນຳ​ທັດ​ສະ​ນີ​ຍະ​ພາບ​ທີ່​ສວຍງາມ​ຂອງ​ໄຕ​ທຽນ.
TAG
ພະ​ພຸດທະ​ເຈົ້າ

More