VOV WorldVOV World
ຂົວລອງບຽນ ຜ່ານເອກະສານເກົ່າຂອງ ຝລ່ັງ ປະໄວ້
20/08/2014 06:27
(vovworld)- ​ໂດຍ​ເລີ່​ມລົງມື​ກໍ່ສ້າງ​ເມື່ອ​ປີ 1898 ​ແລະ ສຳ​ເລັດ​ໃນ​ປີ 1902, ຂົວ​ລອງ​ບຽນ ຊື່​ງ​ແມ່ນ​ຂົວ​ເຫລັກຕັ້ງ​ຂ້າມ​ແມ່​ນຳ້​ແດງ ດ້ວຍຄວາມ​ຍາວ​ເກືອບ 2 ກິ​ໂລ​ແມັດ ​ໂດຍ​ນັກ​ປະມູນ Dayde & Pille
(vovworld)- ​ໂດຍ​ເລີ່​ມລົງມື​ກໍ່ສ້າງ​ເມື່ອ​ປີ 1898 ​ແລະ ສຳ​ເລັດ​ໃນ​ປີ 1902, ຂົວ​ລອງ​ບຽນ ຊື່​ງ​ແມ່ນ​ຂົວ​ເຫລັກຕັ້ງ​ຂ້າມ​ແມ່​ນຳ້​ແດງ ດ້ວຍຄວາມ​ຍາວ​ເກືອບ 2 ກິ​ໂລ​ແມັດ ​ໂດຍ​ນັກ​ປະມູນ Dayde & Pille  ​ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ. ນີ້​ແມ່ນ​ຂົວ​ແຫ່ງ​ໃຫຍ່​ກວ່າ​ໝູ່​ຢູ່ ອິນດູຈີນ ​ໃນ​ຄາວ​ນັ້ນ ​ແລະ ​ແມ່ນ​ຮ່ອງຮອຍ​ປະຫວັດສາດ ສຳລັບ​ປະຊາຊົນ​ຫວຽດນາມ ກ່ຽວ​ກັບ​ໄລຍະ​​ເປັນຫົວ​ເມືອງ​ຂຶ້ນ​ທີ່​ແກ່ຍາວ​ເກືອບ​ສັດຕະວັດ. ບັນດາ​ເອກະສານ​ກ່ຽວ​ກັບ​ການ​ອອກ​ແບບ, ກໍ່ສ້າງ ​ແລະ ບູລະນະ​ປະຕິສັງຂອນຂົວ​​ແຫ່ງນີ້ ມາ​ຮອດ​ປະຈຸ​ບັນ​ຍັງ​ໄດ້​ຮັບ​ການ​ຮັກສາ​ໄວ້​ເໝືອນ​ເດ​ີມ. ນີ້​ແມ່ນ​ບັນດາ​ເອກະສານ​ເຊື່ອມ​ຕໍ່​ພູມ​ປັນຍາ​ປະຫວັດສາດ​ລະຫວ່າງ ອະດີດຕະການ ​ແລະ ປະຈຸ​ບັນ​ຂອງ​ກິດຈະກຳ​ສະຖາປັດຕະຍະກຳ​ທີ່​ລື​ຊື່​ນີ້.
TAG
vovworld/ຂົວ ລອງບຽນ/​ຫົວເມືອງ​ຂຶ້ນ