ກົນດາວ, ແດນສະຫວັນແຫ່ງການທ່ອງທ່ຽວ
02/07/2013 17:00
ກົນດາວ ແມ່ນເກາະແຫ່ງໜຶ່ງທີ່ຂຶ້ນກັບ ແຂວງບ່າເຮ້ຍ-ວຸ້ງເຕົ່າ. ກ່ອນນີ້, ກົນດາວ ເຄີຍແມ່ນແຫ່ງຄຸມຂັງບັນດານັກຮົບປະຕິວັດ ແລະ ໄດ້ຮັບການເລືອກເຟັ້ນຈາກວາລະສານທ່ອງທ່ຽວອັນດັບໜຶ່ງຂອງອາເມລິກາ ວ່າ ແມ່ນໜຶ່ງໃນຈຳນວນເກາະ 20 ແຫ່ງທີ່ຊ້ອນແຝງຫຼາຍສິ່ງທີ່ເລິກລັບກວ່າໝູ່ຢູ່ໂລກ

(vovworld) - ກົນດາວ ແມ່ນເກາະແຫ່ງໜຶ່ງທີ່ຂຶ້ນກັບ ແຂວງບ່າເຮ້ຍ-ວຸ້ງເຕົ່າ. ກ່ອນນີ້, ໃນໄລຍະຕໍ່ຕ້ານຕ້ານລ່າເມືອງຂຶ້ນຝລັ່ງ ແລະ ຈັກກະພັດອາເມລິກາ, ກົນດາວ ເຄີຍແມ່ນແຫ່ງຄຸມຂັງບັນດານັກຮົບປະຕິວັດ ແລະ ໄດ້ຮັບການເລືອກເຟັ້ນຈາກວາລະສານທ່ອງທ່ຽວອັນດັບໜຶ່ງຂອງອາເມລິກາ ວ່າ ແມ່ນໜຶ່ງໃນຈຳນວນເກາະ 20 ແຫ່ງທີ່ຊ້ອນແຝງຫຼາຍສິ່ງທີ່ເລິກລັບກວ່າໝູ່ຢູ່ໂລກ. ກົນດາວ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວດ້ວຍພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານ, ທັດສະນີຍະພາບທີ່ຮົກເຮື້ອ ແລະ ຄວາມງາມຂອງທະເລ. ເຊີນທ່ານຄົ້ນຫາເກາະທີ່ສວຍງາມແຫ່ງນີ້ ຜ່ານບົດສາລະຄະດີ “ກົດດາວ, ແດນສະຫວັນແຫ່ງການທ່ອງທ່ຽວ” ຂອງນັກຂ່າວ ລານແອງ.
TAG
ທັດສະນີຍະພາບ
Related








