ປູຊະນີຍະສະຖານ ໂກນເຊີນ ກຽບບາກ
25/02/2012 08:00
ໂກນເຊີນ ກຽບບາກ ແມ່ນປູຊະນີຍະສະຖານ ປະຫວັດສາດ, ທັດສະນີຍະພາບລະດັບຊາດສອງແຫ່ງ ທີ່ນອນໃນບໍລິເວນເມືອງ ຈີ້ລິງ, ແຂວງ ຫາຍເຢືອງ

(vovworld)-ໂດຍຫ່າງຈາກ ຮ່າໂນ້ຍໄປທາງທິດຕາເວັນອອກປະມານ 70 ກ.ມ. ໂກນເຊີນ ກຽບບາກ ແມ່ນປູຊະນີຍະສະຖານ ປະຫວັດສາດ, ທັດສະນີຍະພາບລະດັບຊາດສອງແຫ່ງ ທີ່ນອນໃນບໍລິເວນເມືອງ ຈີ້ລິງ, ແຂວງ ຫາຍເຢືອງ, ໃນປະຫວັດສາດ, ນີ້ແມ່ນເຂດດິນແດນທີ່ເປັນຂີດໝາຍບັນດາຜົນງານ ວິລະກຳທີ່ມີຊື່ສຽງໃນການຕ້ານເສິກຕ່າງດ້າວ, ພິເສດແມ່ນໄຊຊະນະ 3 ຄັ້ງຂອງທະຫານ ແລະ ປະຊາຊົນໃນສະໄໝລາດຊະວົງ ເຈິ່ນ ໃນການຕ້ານເສິກ ແຢວນເໝີງ ເມື່ອສະຕະວັດທີ XIII ແລະ ການຕໍ່ສູ້ຕ້ານເສິກ ໝີງ ຂອງທະຫານ ລາມເຊີນ ໃນສະຕະວັດທີ XV. ໂກນເຊີນ ກຽບບາກ ກໍ່ແມ່ນເຂດພູຜາທີ່ຕິດພັນກັບຊີວິດ ແລະ ພາລະກິດຂອງວິລະຊົນ, ນັກວັດທະນະທຳຫວຽດນາມຫຼາຍທ່ານ.
TAG
ຫາຍເຢືອງ
Related








