VOV WorldVOV World
ຊາປາ-ສະຖານທີ່ທ່ອງທ່ຽວອັນດູດດື່ມ
12/02/2015 08:12
(vovworld)- ເທດ​ສະ​ບານ ຊາ​ປາ ຂຶ້ນ​ກັບ​ເມືອງ ຊາ​ປາ ແຂວງ ລາວ​ກາຍ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ
(vovworld)- ເທດ​ສະ​ບານ ຊາ​ປາ ຂຶ້ນ​ກັບ​ເມືອງ ຊາ​ປາ ແຂວງ ລາວ​ກາຍ ແມ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່ມີ​ຄວາມ​ງາມ​ດັ່ງ​ໃນ​ຝັນ ແລະ ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລວ​ງ​ຫລາຍ. ໂດຍ​ຕັ້ງ​ຢູ່​ຄວາມ​ສູງ 1600 ແມັດ​ເມື່ອ​ທຽບ​ໃສ່​ໜ້າ​ນ້ຳ​ທະ​ເລ, ຊາ​ປາ ແມ່ນ​ແຫ່​ງ​ທີ່ສ້າງ​ຄວາມດູດ​ດື່ມ​ທັງ 4 ລະ​ດູ. ​ລະ​ດູ​ໃບ​ໄມ້​ຫລົ່ນ, ຊາ​ປາ ​ຖືກ​ປົກ​ຄຸມ​​ໄປດ້ວຍ​ນາ​ຂັ້ນ​ໄດ​ສຸກ​ເຫລືອງທີ່​ງາມ​ຕາ. ລະ​ດູ​ຮ້ອນ, ອາ​ກາດ​ເຢັນ​ສະ​ບາຍ ແລະ ສົດ​ໃສ, ບໍ່​ຮ້ອນ​ເອົ້າ​ຄື​ຢູ່​ບັນ​ດາ​ຕົວ​ເມືອງ. ລະ​ດູ​ບານ​ໃຫມ່, ດອກ​ໄມ້​ເບັ່ງ​ບານອວດ​ອ້າງ​ສີສັນຄື​ດັ່ງ​ຮູບ​ແຕ້ມ​ທີ່​ສວຍ​ງາມ. ແລະ ລະ​ດູ​ຫນາວ ຊາ​ປາ​ຖືກ​ປົກ​ຄຸມ​ໄປ​ດ້ວຍ​ນ້ຳ​ໝອກ​.
TAG
vovworld/ຄວາມ​ປະ​ທັບ​ໃຈ