ຖະໜົນ ຮ່າງທຽກ - ໝູ່ບ້ານ ຟູ໋ທື໋, ຖະໜົນຫັດຖະກຳຕິດພັນກັບໝູ່ບ້ານຫັດຖະກຳ
21/12/2012 17:00
ຮ່າງທຽກ ແມ່ນໜຶ່ງໃນບັນດາຄຸ້ມຖະໜົນເກົ່າຂອງ ຮ່າໂນ້ຍ ທີ່ມີອາຊີບຫຼໍ່, ຕີ , ຈອດເຄື່ອງຂອງດ້ວຍຊືນ.

(vovworld) - ຮ່າງທຽກ ແມ່ນໜຶ່ງໃນບັນດາຄຸ້ມຖະໜົນເກົ່າຂອງ ຮ່າໂນ້ຍ ທີ່ມີອາຊີບຫຼໍ່, ຕີ , ຈອດເຄື່ອງຂອງດ້ວຍຊືນ. ໃນເມື່ອກ່ອນ, ຖະໜົນ ຮ່າງທຽກ ແມ່ນແຫ່ງເຕົ້າໂຮມບັນດານາຍຊ່າງທີ່ມີສີມືດີ ເຊິ່ງມາຈາກໝູ່ບ້ານ ຟູ໋ທື໋ ( ເມືອງ ຕື່ລຽມ) ຮ່າໂນ້ຍ, ຜ່ານໄລຍະເວລາຫຼາຍປີ, ແຕ່ຮ່າງທຽກຍັງຄົງຮັກສາອາຊີບຫັດຖະກຳທີ່ເປັນມູນເຊື້ອໄວ້ໄດ້. ປະຈຸບັນ, ແຕ່ລະມື້ສຽງຄ້ອນທີ່ຕີໃສ່ແຜ່ນຊືນຂາວ ເຫຼື້ອມແວວວາວຍັງຄົງດັງກ້ອງກັງວາງໄປທົ່ວຖະໜົນ, ອັນໄດ້ສ້າງເປັນບັນດາຜະລິດຕະພັນທີ່ມີປະໂຫຍດຢ່າງແທ້ຈິງໃຫ້ແກ່ຊີວິດປະຈຳວັນຂອງຜູ້ຊົມໃຊ້.
TAG
ຖະໜົນ
ຮ່າໂນ້ຍ
Related








