ຖ້ຳເຊີນດ່ອງຢູ່ແຂວງກວາງບິ່ງ - ຖ້ຳໃຫຍ່ກວ່າໝູ່ຢູ່ໃນໂລກ
24/03/2012 08:00
ຖ້ຳເຊີນດ່ອງ, ຂຶ້ນກັບເຂດມໍລະດົກທຳມະຊາດໂລກ ປ່າສະຫງວນຟອງຍາ - ແກບ່າງ, ແຂວງກວາງບິ່ງ ໄດ້ຮັບການຄົ້ນພົບ ແລະຕີລາຄາວ່າ ແມ່ນໜຶ່ງໃນບັນດາຖ້ຳທີ່ຊ້ອນແຝງຫຼາຍຄູນຄ່າດ້ານທຳມະຊາດ, ແມ່ນຮູບແຕ້ມ ”ມະຫັດສະຈັນ, ສວຍງາມ ແລະແປກປະຫຼາດ”, ດ້ວຍຫີນນົມຜາທີ່ມີຮູບຊົງແປກປະຫຼາດຫຼາຍຮູບ.

(vovworld) - ຖ້ຳເຊີນດ່ອງ, ຂຶ້ນກັບເຂດມໍລະດົກທຳມະຊາດໂລກ ປ່າສະຫງວນຟອງຍາ - ແກບ່າງ, ແຂວງກວາງບິ່ງ ໄດ້ຮັບການຄົ້ນພົບ ແລະຕີລາຄາຈາກສະຫະສະມາຄົມພະຈົນໄພຖ້ຳລາຊະອານາຈັກອັງກິດວ່າ ແມ່ນໜຶ່ງໃນບັນດາຖ້ຳທີ່ຊ້ອນແຝງຫຼາຍຄູນຄ່າດ້ານທຳມະຊາດ, ແມ່ນຮູບແຕ້ມ ”ມະຫັດສະຈັນ, ສວຍງາມ ແລະແປກປະຫຼາດ”, ດ້ວຍຫີນນົມຜາທີ່ມີຮູບຊົງແປກປະຫຼາດຫຼາຍຮູບ. ໃນຖ້ຳມີປ່າ, ມີເນື້ອທີ່ອັນກວ້າງໃຫຍ່ເພື່ອສາມາດບັນຈຸອາຄານຫຼັງໜຶ່ງທີ່ສູງສຸດຢູ່ ນິວຢອກ ໄດ້. ນັ້ນແມ່ນການຕີລາຄາກ່ຽວກັບຖ້ຳເຊີນດ່ອງ ທີ່ລົງພິມໃນວາລະສານທີ່ມີຊື່ສຽງ National Geographic.
TAG
ຖ້ຳເຊີນດ່ອງ
Related








