VOV WorldVOV World
ທັດສະນີຍະພາບໜອງບາເບ - ແຂວງບັກກ້ານ
18/01/2013 17:00
ໜອງ​ບາ​ເບ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ຂຶ້ນ​ກັບ​ຕາ​ແສງ ນາມ​ເມົ້າ, ເມືອງ ບາ​ເບ, ແຂວງ ບັກ​ກ້ານ, ໄດ້​ຮັບ​ການ​ຮັບ​ຮອງ​ຈາກລັດ​ຖະ​ບານ​ຫວຽດ​ນາມ ວ່າ​ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ.
ທັດສະນີຍະພາບໜອງບາເບ - ແຂວງບັກກ້ານ
(vovworld) -  ໜອງ​ບາ​ເບ ແມ່ນ​ທັດ​ສະ​ນີ​ຍະ​ພາບ​ທຳ​ມະ​ຊາດ​ທີ່​ສວຍ​ງາມ, ຂຶ້ນ​ກັບ​ຕາ​ແສງ ນາມ​ເມົ້າ (Nam Mau), ເມືອງ ບາ​ເບ, ແຂວງ ບັກ​ກ້ານ, ຫ່າງ​ຈາກ​ຮ່າ​ໂນ້ຍ ໄປ​ທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະ​ມານ 220 ກມ, ​ແລະ ຫວ່າງ​ແລ້ວນີ້, ໄດ້​ຮັບ​ການ​ຮັບ​ຮອງ​ຈາກລັດ​ຖະ​ບານ​ຫວຽດ​ນາມ ວ່າ​ ແມ່ນ​ປູ​ຊະ​ນີ​ຍະ​ສະ​ຖານ​ລະ​ດັບ​ຊາດ​ພິ​ເສດ. ກ່ອນ​ໜ້າ​ນັ້ນ, ປີ 1995, ກອງ​ປະ​ຊຸມ​ບັນ​ດາ​ໜອງນ້ຳຈືດ​​ຂອງໂລກ, ​ເຊິ່ງຈັດ​ຂຶ້ນ​ຢູ່​ອາ​ເມ​ລິ​ກາ ໄດ້​ຮັບ​ຮອງວ່າ ໜອງ​ບາ​ເບ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜອງນ້ຳຈືດພິ​ເສດ​ 20 ແຫ່ງ​ຂອງ​ໂລກທີ່​ຄວນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໄວ້. ທ້າຍ​ປີ 2004, ປ່າ​ສະ​ຫງວນ​ບາ​ເບ ໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນ​ປ່າ​ມໍ​ລະ​ດົກ​ຂອງອາ​ຊຽນ. ປີ 2011, ໜອງ​ບາ​ເບ ໄດ້​ຮັບ​ການ​ຮັບ​ຮອງວ່າ​ແມ່ນ​ເຂດ Ramsar (ໝາຍ​ເຖິງເຂດ​ນ້ຳຖ້ວມ​ທີ່​ມີ​ຄວາມ​ສຳ​ຄັນ​​ລະ​ດັບ​ໂລກ) ແຫ່ງ​ທີ 1938. ໃນ​ລາຍ​ການ​ປະ​ເທດ​ຊາດ ແລະ ຊາວ​ຫວຽດ​ນາມ​ ພາກນີ້, ເຊີນ​ທ່ານ​ຮັບຟັງ​ບົດ​ຂອງ​ນັກ​ຂ່າວ ໂຕ​ຕ໋ວນ ທີ່​ແນະ​ນຳ​ກ່ຽວ​ກັບ​ທັດ​ສະ​ນີ​ຍະ​ພາບ​ໜອງ​ບາ​ເບ.
TAG
ໜອງ

More