VOV WorldVOV World
ເຕິນໝີຊວັນ ປະກອບເຫື່ອແຮງຮັກສາວັດທະນະທຳເຜົ່າຢ້າວ
15/02/2025 11:00
(VOVWORLD) -ຈາກອາຊີບຫຍິບປັກທັກແສ່ວ. ທັງຮັກສາອາຊີບຫຍິບປັກທັກແສ່ວຕັດຫຍິບຊຸດອາພອນປະຈຳເຜົ່າ, ນາງ ເຕິນໝີຊວັນ ຊາວເຜົ່າຢ້າວ ໃນເມືອງ ຊິ່ນໂຮ່ ແຂວງ ລາຍເຈົາ ທັງກ້າຫານປ່ຽນແປງວິທີຕັດຫຍິບຊຸດອາພອນປະຈຳເຜົ່າຂອງເຜົ່າຕົນເປັນທັນສະໄໝ. ບັນດາຊຸດອາພອນປະຈຳເຜົ່າໂດຍນາງດັດແປງບໍ່ພຽງແຕ່ໄດ້ຮັບຄວາມນິຍົມຈາກພໍ່ແມ່ພີ່ນ້ອງເຜົ່າຢ້າວເທົ່ານັ້ນຫາກຍັງສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງຊາວທ້ອງຖິ່ນອີກດ້ວຍ
ເຕິນໝີຊວັນ ປະກອບເຫື່ອແຮງຮັກສາວັດທະນະທຳເຜົ່າຢ້າວ
ບັນດາຊຸດອາພອນປະຈຳເຜົ່າແບບທັນສະໄໝ ໄດ້ຮັບການຕອບສະໜອງຈາກພໍ່ແມ່ພີ່ນ້ອງເຜົ່າຢ້າວຢູ່ທ້ອງຖິ່ນ    ຊຸດອາພອນຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວເຄີຍຖືກເຮັດດ້ວຍມື ດັ່ງນັ້ນກໍ່ຕ້ອງໃຊ້ເວລາຫຼາຍ. ສະເພາະຊຸດອາພອນຂອງແມ່ຍິງເຜົ່າຢ້າວ ດ້ວຍຂັ້ນຕອນທັກແສ່ວລວດລາຍຢ່າງລະອຽດອ່ອນ, ມີແຖວຖົງເງິນຢູ່ໜ້າເສື້ອ ແລະ ຕິດຕິດໝາກຕຸ້ມສະຫຼັບກັບລວດລາຍໃນສາຍແອວ. ຕ້ອງໃຊ້ເວລາຢ່າງໜ້ອຍສຸດ ແມ່ນເຄິ່ງປີຈຶ່ງສຳເລັດ, ນາງ ຊັວນ ແບ່ງປັນວ່າ:    “ນັບແຕ່ຄາວຍັງນ້ອຍ ຂ້າພະເຈົ້າໄດ້ຮັບການຖ່າຍທອດຈາກແມ່ຍ່າ ແລະ ແມ່ຂອງຕົນ ກ່ຽວກັບການຕັດຫຍິບຊຸດອາພອນຂອງເຜົ່າຕົນ. ເພື່ອເຮັດໄດ້ຊຸດອາພອນເຊັ່ນນັ້ນກໍ່ຕ້ອງເສຍເວລາຫຼາຍ ແລະ ຕ້ອງມີຄວາມຄ່ອງແຄ້ວເພື່ອຕັດຫຍິບ. ແຕ່ລ່ຄາໃນປັດຈຸບັນກໍ່ບໍ່ສູງ ແລະ ບໍ່ສາມາດຕອບສະໜອງໄດ້ຕາມເຫື່ອແຮງທີ່ຜູ້ຕັດຫຍິບໄດ້ເຮັດ”.   ເມື່ອເຫັນຄວາມຈິງໃນປັດຈຸບັນ ກ່ຽວກັບຂະບວນວັດທະນະທຳສິລະປະວັນນະຄະດີຢູ່ຕາມໝູ່ບ້ານຕາແສງມີການຂະຫຍາຍຕົວ ແລະ ຄວາມຕ້ອງການທາງດ້ານຊຸດອາພອນຮັບໃຊ້ການສະແດງແມ່ນນັບມື້ນັບຫຼາຍຂຶ້ນ, ນາງ ຊັວນ ໄດ້ຝັກໄຝ່ ແລະ ຂະຫຍາຍເປີດກວ້າງອາຊີບທັກແສ່ວແລະ ຕັດຫຍິບຊຸດອາພອນແບບທັນສະໄໝຢູ່ບ້ານຂອງຕົນ. ນາງ ຊັວນ ເວົ້າວ່າ:   “ແນວຄວາມຄິດດັດສ້າງຊຸດອາພອນຂອງເຜົ່າຢ້າວເປັນທັນສະໄໝ ໄດ້ຮັບການຝັກໄຝ່ແຕ່ດົນນານມາແລ້ວ ຍ້ອນຄວາມຊົມຊອບຂອງຕົນສຳລັບຊຸດອາພອນປະຈຳເຜົ່າ ແລະ ຄວາມເມົາມົວກັບການຫຍິບປັກທັກແສ່ວ. ຈຸດປະສົງຂອງຕົນແມ່ນຢາກຜູກຮັດພໍ່ແມ່ພີ່ນ້ອງບັນດາເຜົ່າ ພ້ອມກັນຮັກສາຈຸດວັດທະນະທຳອັນເປັນປະເພນີ ກໍ່ຄືນຳບັນດາຜະລິດຕະພັນອອກສູ່ທ້ອງຕະຫຼາດຫຼາຍຂຶ້ນ ທັງເປັນການເພີ່ມລາຍຮັບໃຫ້ແກ່ຕົນເອງ ແລະ ເອື້ອຍນ້ອງແມ່ຍິງເຜົ່າຢ້າວ”.    ນາງ ຊວັນ ໄດ້ສັ່ງຊື້ ແລະ ເກັບຊື້ຜະລິດຕະພັນແຜ່ນແພຂອງຊາວທ້ອງຖິ່ນ, ຫຼັງຈາກນັ້ນ ກໍ່ອອກແບບດັດສ້າງບັນດາຜະລິດຕະພັນຊຸດອາພອນຂອງເຜົ່າຕົນເປັນທັນສະໄໝ. ຜະລິດຕະພັນເມື່ອເຮັດສຳເລັດກໍ່ຍັງຄົງຮັບປະກັນໂດຍພື້ນຖານຂອງຊຸດອາພອນປະຈຳເຜົ່າ ທີ່ສາມາດຮັກສາບັນດາລວດລາຍບູຮານ ແຕ່ຖືກດັດເປັນທັນສະໄໝ. ນາງ ແຈ່ວມີ່ລູ່ ຢູ່ຕາແສງ ຟັງສຸລິນ ເມືອງ ຊິ່ນໂຮ່ ແຂວງ ລາຍເຈົາ ໃຫ້ຂໍ້ສັງເກດວ່າ:   “ເມື່ອກ່ອນນີ້ ເພື່ອເຮັດ ແລະນຸ່ງຊຸດອາພອນຂອງເຜົ່າຢ້າວ ກໍ່ຕ້ອງໃຊ້ເວລາຫຼາຍ. ຊຸດອາພອນແບບທັນສະໄໝຂ້າພະເຈົ້າເຫັນວ່າ ກະທັດລັດ ແລະ ນຸ່ງກໍ່ສະບາຍ. ຊຸດອາພອນປະຈຳເຜົ່າທີ່ນຸ່ງປະຈຳວັນທີ່ຍັງບໍ່ທັນດັດເປັນທັນສະໄໝກໍ່ມີລາຄາ 10 ລ້ານກວ່າດົ່ງ ແຕ່ພາຍຫຼັງດັດເປັນທັນສະໄໝແລ້ວລາຄາກໍ່ແທດເໝາະກວ່າເກົ່າ, ສຳລັບຊຸດອາພອນຂອງແມ່ຍິງມີລາຄາປະມານ 3.000.000 ດົ່ງເທົ່ານັ້ນ”.   ຮ້ານຕັດຫຍິບທັກແສ່ວຊຸດອາພອນປະຈຳເຜົ່າຂອງນາງ ຊວັນ ຍັງສ້າງວຽກເຮັດງານທຳເປັນປະຈຳໃຫ້ແກ່ເອື້ອຍນ້ອງແມ່ຍິງ 5 ຄົນດ້ວຍລະດັບເງິນເດືອນ 5.000.000 ດົ່ງຕໍ່ເດືອນຕໍ່ຄົນ. ນາງ ເຕິ່ນຟ໋ານເໝີ໋ຍ ຢູ່ຕາແສງ ຕ່າຝິ່ນ ເທດສະບານ ຊິ່ນໂຮ່ ແຂວງ ລາຍເຈົາ ແບ່ງປັນວ່າ:  “ຂ້າພະເຈົ້າຄິດວ່າ ການອະນຸລັກຮັກສາຄຸນວັດທະນະທຳບໍ່ແມ່ນບັນຫາຍາກເກີນໄປ, ເຮົາພຽງຮັກສາທຸກສິ່ງທີ່ແທດເໝາະກັບປັດຈຸບັນ, ສຳລັບສິ່ງໃດທີ່ຫຼ້າຫຼັງເຮົາກໍ່ຕ້ອງປະລະ. ນາງ ຊວັນ ໄດ້ສ້າງຕັ້ງ ແລະ ປະກອບເຫື່ອແຮງຢ່າງຫຼວງຫຼາຍ ເພື່ອອອກແບບຊຸດອາພອນແບບທັນສະໄໝຂອງເຜົ່າຢ້າວ. ໃນໄລຍະທີ່ຈະມາເຖິງ ຂ້າພະເຈົ້າຈະສືບຕໍ່ຜະລິດອອກບັນດາຜະລິດຕະພັນໃໝ່ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ”.  ດ້ວຍຮູບແບບຜະລິດຕະພັນທີ່ອຸດດົມສົມບູນຫຼາຍຮູບຫຼາຍສີ, ບັນດາຊຸດອາພອນປະຈຳເຜົ່າແບບທັນສະໄໝຂອງນາງ ຊັວນ ໄດ້ຮັບການຕອບສະໜອງຈາກພໍ່ແມ່ພີ່ນ້ອງເຜົ່າຢ້າວຢູ່ທ້ອງຖິ່ນ. ນາງ ຊວັນແມ່ນໜຶ່ງໃນບັນດາຜູ້ໄດ້ປະກອບສ່ວນຮັກສາວັດທະນະທຳຂອງເຜົ່າຢ້າວຈາກອາຊີບທັກແສ່ວຕັດຫຍິບ.
TAG
VOV/VOVworld/ຊຸດ​ອາ​ພອນ