VOV WorldVOV World
ເກີຊໍແປຣວ - ຜູ້ມີອິດທິພົນຢູ່ບ້ານ ດຣົກ ຕາແສງ ຈືອາທາຍ ແຂວງ ຢາລາຍ.
27/12/2024 11:00
(VOVWORLD) - ເຈົ້າເຫຼົ່າ ເກີຊໍແປຣວ ອາໄສຢູ່ບ້ານດົກ, ຕາແສງ ຈືອາທາຍ, ເມືອງ ຝູທຽນ, ແຂວງ ຢາລາຍi. ເປັນຜູ້ມີອິດທິພົນທາງສາສະໜາ. ທ່ານຍັງເປັນແບບຢ່າງທີ່ດີໃນການສ້າງກຸ່ມກ້ອນມະຫາສາມັກຄີບັນດາເຜົ່າ ຢູ່ທ້ອງຖິ່ນ.
ເກີຊໍແປຣວ - ຜູ້ມີອິດທິພົນຢູ່ບ້ານ ດຣົກ ຕາແສງ ຈືອາທາຍ ແຂວງ ຢາລາຍ.
ເຈົ້າເຫຼົ່າ ເກີຊໍແປຣວ     ເຈົ້າເຫຼົ່າ ເກີຊໍແປຣວ ເກີດປີ 1948 ຊາວເຜົ່າ ຢາລາຍ. ປັດຈຸບັນທ່ານເປັນຮອງປະທານສະມາຄົມຜູ້ອາຍຸສູງຕາແສງ ຈືອາທາຍ, ຫົວໜ້າກຸ່ມສາສະໜາ ໂປແຕັດສະຕັງ ພາກໃຕ້ ຫວຽດນາມ ຂອງບ້ານ ດຣົກ. ດ້ວຍບົດບາດນີ້, ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ແນະນຳໂຄສະນາໃຫ້ສາສະນິກກະຊົນ ໃຫ້ພໍ່ແມ່ພີ່ນ້ອງສ້າງການດຳລົງຊີວິດ ແລະ ສາສະໜາໃຫ້ດີງາມ, ເຄົາລົບພະເຈົ້າຮັກຊາດ, ສາມັກຄີກັນສ້າງສາບ້ານເກີດເມືອງນອນໃຫ້ຮັ່ງມີສວຍງາມ. ເຈົ້າເຫຼົ່າ ເກີຊໍແປຣວ ເປີດເຜີຍວ່າ:       “ພັກມີຄວາມເຊື່ອໝັ້ນ ແລະປະຊາຊົນກໍເລືອກຕັ້ງເຮົາເປັນຜູ້ມີອິດທິພົນຊື່ສຽງໃນບ້ານ. ຕາມບົດຮຽນ, ປະສົບການຂອງຂ້າພະເຈົ້າ, ຜູ້ມີອິດທິພົນຊື່ສຽງ ຕ້ອງມີບົດບາດສາມຢ່າງ. ທີໜຶ່ງແມ່ນຄອບຄົວ, ທີສອງແມ່ນສັງຄົມແລະທີສາມແມ່ນລັດ. ໜ້າທີ່ ແລະຄວາມຮັບຜິດຊອບອັນໃຫຍ່ຫຼວງທີ່ສຸດ ຂອງຂ້າພະເຈົ້າ ແມ່ນຂົນຂວາຍປະຊາຊົນປະຕິບັດຕາມ ແຜນນະໂນບາຍແນວທາງຂອງພັກ, ເພື່ອບໍ່ປະໃຫ້ລະເມີດ ກົດໝາຍທີ່ລັດວາງອອກ “ ກະໂຕທ່ານ ເກີຊໍແປຣວ ເອງກໍ່ມີຊີວິດເປັນແບບຢ່າງ ດັ່ງນັ້ນພໍ່ແມ່ພີ່ນ້ອງກໍ່ມີຄວາມເຊື່ອໝັ້ນເຄົາລົບນັບຖື. ທ່ານ ເກີຊໍບາດ ຊາວເຜົ່າ ຢາລາຍ ຫົວໜ້າກຸ່ມສາສະໜາ ໂປແຕັດສະຕັງ ພາກໃຕ້ ຫວຽດນາມ ຂອງບ້ານ ປເຣມູນມັກ ຕາແສງ ອີອາແກ ເມືອງ ຝູ໊ທ້ຽນ ໃຫ້ຮູ້ວ່າ:     “ເຈົ້າເຫຼົ່າ ເກີຊໍແປຣວເປັນຜູ້ມີລະດັບຄວາມຮູ້. ກ້າຄິດກ້າທຳ ລາວມີການ ປະກອບສ່ວນຫຼາຍຢ່າງ ໃຫ້ສັງຄົມ. ຖ້າຫາກໃນບ້ານເກີດມີການຂັກແຍ້ງກັນ, ລາວກໍໄກ່ເກ່ຍເພື່ອໃຫ້ພໍ່ແມ່ພີນ້ອງສາມັກຄີ. ໂຄສະນາໃຫ້ປະຊາຊົນບໍ່ຟັງກຸ່ມຄົນທີ່ບໍ່ດີ, ຂົນຂວາຍເຂົາເຈົ້າສ້າງເສດຖະກິດ ຫຼຸດພົ້ນອອກຈາກຄວາມທຸກຍາກແບບຍືນຍົງ.” ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ຕັ້ງໜ້າເປັນເສນາທິການໃຫ້ອຳນາດການປົກຄອງທ້ອງຖິ່ນ ແລະ ໄດ້ສົມທົບກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບໃນບໍລິເວນ ເພື່ອຂົນຂວາຍປະຊາຊົນຜູ້ອອກແຮງງານທຳການຜະລິດ ພັດທະນາເສດຖະກີດ. ເຈົ້າເຫຼົ່າກໍ່ໄດ້ລະດົມກຳລັງໃຈໃຫ້ພໍ່ແມ່ພີ່ນ້ອງເຂົ້າຮ່ວມການອະນຸລັກຮັກສາວັດທະນະທຳພື້ນເມືອງຂອງບັນດາເຜົ່າ ສະໝັກໃຈບໍລິຈາກທີ່ດິນ ເພື່ອເຮັດທາງຄົມມະນາຄົມ. ລຸງ ໃນຢັກ ຊາວເຜົ່າ ຢາລາຍ ຢູ່ບ້ານ ປເຣມູນມັກ ໃຫ້ຮູ້ວ່າ:      “ເຈົ້າເຫຼົ່າ ເກີຊໍແປຣວເປັນຜູ້ນໍາໜ້າເປັນແບບຢ່າງ ໃນວຽກງານສັງຄົມ. ລາວໄດ້ຂົນຂວາຍປະຊາຊົນອອກແຮງງານ, ສ້າງເສດຖະກິດຄອບຄົວ, ກໍ່ສ້າງໝູ່ບ້ານໃຫ້ຮັ່ງມີສວຍງາມ..”      ໃນການປະຊຸມຂອງບ້ານເຈົ້າເຫຼົ່າ ເກີຊໍແປຣວ ໄດ້ຂົນຂວາຍປະຊາຊົນ ພິເສດແມ່ນໄວໜຸ່ມຈົ່ງຫຼີກລ້ຽງ ກໍລະນີສົມລົດກ່ອນກຳນົດ, ຄູ່ສົມລົດທີ່ເປັນຍາດຕິພີ່ນ້ອງ. ຍ້ອນແນວນັ້ນ ສະພາບການດັ່ງກ່າວໄດ້ຖືກລົບລ້າງໄປ. ເຈົ້າເຫຼົ່າ ເກີຊໍແປຣວໃຫ້ຮູ້ວ່າ: “ເຮົາເຜີຍແຜ່ກ່ຽວກັບການສົມລົດກ່ອນກຳນົດ, ຄູ່ສົມລົດເປັນຍາດຕິພີນ້ອງ, ລົບລ້າງຮີດເກົ່າຄອງເດີມທີ່ຫຼ້າຫຼັງ. ເຮົາຂົນຂວາຍປະຊາຊົນ, ຖ້າຫາກມີບັນດາໂຄງການຂອງລັດ, ປະຊາຊົນ ແລະ ລັດພ້ອມກັນເຮັດ.” ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ມີຜົນງານທີ່ດີເດັ່ນ ໃນວຽກງານໂຄສະນາຂົນຂວາຍປະຊາຊົນທຸກຊັ້ນວັນນະ ເຂົ້າຮ່ວມບັນດາຂະບວນການແຂ່ງຂັນຮັກຊາດໃນບໍລິເວນເມືອງ ຝູ໊ທ້ຽນ. ທ່ານຍັງໄດ້ຮັບການຮັບຮອງແມ່ນຜູ້ອາຍຸສູງສ້າງເສດຖະກິດເກັ່ງຂັ້ນເມືອງ, ດ້ວຍການອຸທິດສ່ວນໃຫ້ແກ່ທ້ອງຖິ່ນ,ເຈົ້າເຫຼົ່າ ເກີຊໍແປຣວ ໄດ້ຮັບໃບຍ້ອງຍໍຫຼາຍໃບຈາກຂັ້ນຕາແສງ, ຂັ້ນເມືອງ ແລະ ຂັ້ນແຂວງ. 
TAG
VOV/VOVworld/ເຈົ້າເຫຼົ່າ ເກີຊໍແປຣວ