VOV WorldVOV World
ຜູ້ຍົກລະດັບຜະລິດຕະພັນຫັດຖະກຳຂອງຊາວເຜົ່າຢ້າວໃນແຂວງ ບັກກ້ານ
25/01/2025 11:45
(VOVWORLD) - ນາງ ຫຼີທິກວຽນ ຊາວເຜົ່າຢ້າວຢູ່ແຊວງ ບັກກ້ານ ເຊິ່ງແມ່ນຜູ້ໄດ້ນຳຜະລິດຕະພັນຫັດຖະກຳມາແຕ່ດົນນານ ກາຍເປັນສິນຄ້າທີ່ມີມູນຄ່າເສດຖະກິດສູງ. ນາງໄດ້ສ້າງຕັ້ງສະຫະກອນ ທຽນອານ ສ້າງວຽກເຮັດງານທຳໃຫ້ແກ່ແມ່ຍິງຫຼາຍຄົນຢູ່ທ້ອງຖິ່ນ ແລະ ໄດ້ປະກອບສ່ວນໂຄສະນາ ຄວາມງາມ ທາງດ້ານວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າຢ້າວໃຫ້ແກ່ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ
ຜູ້ຍົກລະດັບຜະລິດຕະພັນຫັດຖະກຳຂອງຊາວເຜົ່າຢ້າວໃນແຂວງ ບັກກ້ານ
ນາງ ຫຼີທິກວຽນ ຫົວໜ້າສະຫະກອນ ທຽນອານ     ໂດຍຮຽນຈົບຈາກມະຫາວິທະຍາໄລສ້າງຄູ ແຕ່ຍ້ອນເຫດຜົນຫຼາຍຢ່າງທີ່ນາງ ກວຽນ ໄດ້ປະຄວາມໄຝ່ຝັນເປັນເອື້ອຍຄູໄວ້ ແລະ ໄດ້ຕິດພັນກັບເນື້ອທີ່ໄຮ່ນາຢູ່ບ້ານ ນ່າອິດ ຕາແສງ ວີເຮືອງ ເມືອງ ແບັກທົງ ແຂວງ ບັກກ້ານ ເຊິ່ງແມ່ນບ້ານເກີດຂອງລາວ. ເມື່ອເຫັນວ່າໃນບ້ານກໍ່ມີຜະລິດຕະພັນກະເສດຫຼາຍຊະນິດ ເຊິ່ງໃນແຕ່ລະວັນ ປະຊາຊົນຍັງຄົງປູກເພື່ອກິນ ຫຼື ບາງຄັ້ງກໍ່ເອົາໄປຂາຍຢູ່ຕະຫຼາດ, ນາງ ກວຽນ ໄດ້ມີເຈຕະນາລົມຂະຫຍາຍເປັນຜະລິດຕະພັນສິນຄ້າທີ່ມີມູນຄ່າສູງ. ນາງໄດ້ປຶກສາກັບເອື້ອຍນ້ອງແມ່ຍິງບາງຄົນໃນບ້ານເຮັດກ້ວຍແຫ້ງ ຍ້ອນໄວ້ໄດ້ດົນ ແລະ ລາຄາຂາຍກໍ່ສູງກວ່າ, ປີ 2017 ສະຫະກອນ ທຽນອານໂດຍນາງ ກວຽນ ເປັນຫົວໜ້າໄດ້ຮັບການສ້າງຕງຂຶ້ນ ພາຍຫຼັງໜຶ່ງປີເທົ່ານັ້ນ ກ້ວຍແຫ້ງຂອງສະຫະກອນ ທຽນອານ ໄດ້ມີເຄື່ອງໝາຍການຄ້າໃນທ້ອງຕະຫຼາດ ແລະ ໄດ້ຮັບການຢັ້ງຢືນເປັນໂຄງການລະດັບຊາດ ແຕ່ລະຕາແສງໜຶ່ງຜະລິດຕະພັນ OCOP ສາມດາວ ຈາກຄະນະກຳມະການປະຊາຊົນແຂວງ ບັກກ້ານ ນາງ ຫຼີທິກວຽນ ໃຫ້ຮູ້ວ່າ: “ຄວາມສະນຶກຂອງປະຊາຊົນດຳລົງຊີວິດຢູ່ທີ່ນີ້ແມ່ນສຳລັບຊາວເຜົ່າສ່ວນໜ້ອຍ, ເມື່ອແມ່ຍິງກຳເນີດຂຶ້ນກໍ່ຕົ້ນຕໍແມ່ນເຮັດໄຮ່ໄຖນາ, ບໍ່ອາດເຮັດເສດຖະກິດໄດ້. ແລະ ເກືອບຄືວ່າ ບໍ່ມີໃຜສະໜັບສະໜູນຂ້າພະເຈົ້າກ່ຽວກັບການພັດທະນາເສດຖະກິດ. ທີສອງເມື່ອເຂົ້າສູ່ເສັ້ນທາງສ້າງເສດຖະກິດ, ກໍ່ບໍ່ມີເວລາເພື່ອເບິ່ງແຍງລູກເຕົ້າກໍ່ຄືຄຸ້ມຄອງວຽກບ້ານການເຮືອນອີກ”. ພາຍຫຼັງໄດ້ປະສົບຜົນສຳເລັດຈາກຜະລິດຕະພັນກ້ວຍແຫ້ງ, ນາງ ກວຽນ ສືບຕໍ່ຄົ້ນຄວ້າ ແລະ ຂະຫຍາຍຜະລິດຕະພັນອີກບາງຢ່າງຄື ນ້ຳເຜິ້ງ, ໜໍ່ໄມ້ປ່າ… ແຕ່ຍ້ອນພື້ນຖານທາງດ້ານວັດຖຸຍັງຂາດເຂີນ, ຜະລິດຕະພັນທີ່ຜະລິດອອກຍັງບໍ່ທັນຫຼາຍ ພ້ອມທັງມີການແກ້ງແຍ້ງຈາກຕະຫຼາກ ດັ່ງນັ້ນລາຍຮັບຂອງສະຫະກອນຍັງບໍ່ທັນໄດ້ດັ່ງຫວັງ. ພາຍຫຼັງມີການຄົ້ນຄວ້າ  ແລະ ມີຄວາມເປັນຫວ່ງເປັນໄລຍະໜຶ່ງ ນາງໄດ້ຕົກລົງຫັນທິດໄປສູ່ການຜະລິດບັນດາຜະຕະພັນຢາສະໝູນໄພ ແລະ ແຜ່ນແພພື້ນເມືອງ. ໃຫ້ຂໍ້ສັງເກດກ່ຽວກັບນາງ ຫຼີທິກວຽນ ທ່ານ ໂງວັນຮຸ່ງ ເລຂາໜ່ວຍພັກບ້ານ ນ່າອິດ ຕີລາຄາວ່າ:  “ນາງ ກວຽນ ແມ່ນແມ່ຍິງໜຸ່ມມີຄວາມຂະຫຍັນຂັນເຄື່ອນ ກ້າຄິດກ້າທຳ ແລະ ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນເບື້ອງຕົ້ນ. ເຖິງວ່າໄດ້ປະສົບກັບຄວາມຫຍຸ້ງຍາກລຳບາກກໍ່ຕາມ ແຕ່ນາງໄດ້ນຳປະລິດຕະພັນຢາສະໝູນໄພຂອງຊົນເຜົ່າຢ້າວອອກສູ່ຕະຫຼາດ”.    ເພື່ອຜະລິດອອກບັນດາຜະລິດຕະພັນທີ່ມີຄຸນນະພາບ, ນາງ ກວຽນ ແລະ ສະຫະກອນໄດ້ກ້າຫານກູ້ຢືມທຶນ ເພື່ອລົງທຶນລະບົບເຄື່ອງອົບ; ອອກແບບສຳລັບຮູບແບບສິນຄ້າໃຫ້ແທດເໝາະກັບທ່າອ່ຽງຕະຫຼາດ. ນາງ ກວຽນ ຍັງເຂົ້າຮ່ວມບັນດາຊຸດອົບຮົມກ່ຽວກັບການຫັນເປັນດີຈີຕອນ ສົ່ງເສີມການຄ້າ ຈາກນັ້ນ ນາງ ແລະ ບັນດາສະມາຊິກໃນສະຫະກອນກໍ່ຮູ້ຈັກວິທີຜະລິດບັນດາວີດີໂອ, ລາຍຈີມ ຂາຍສິນຄ້າ ແລະ ນຳໃຊ້ສື່ສັງຄົມ. ນາງ ຫຼີທິແຈັງ ສັງກັດສະຫະກອນ ທຽນອານ ໃຫ້ຮູ້ວ່າ: “ເມື່ອກ່ອນນີ້ ຂ້າພະເຈົ້າກໍ່ປະກອບອາຊີບຕັດຫຍິບ ແຕ່ລາຍຮັບກໍ່ບໍ່ປົກກະຕິ, ປັດຈຸບັນກໍ່ເຮັດວຽກໃນສະຫະກອນຂອງນາງ ກວຽນ ກໍ່ມີລາຍຮັບປົກກະຕິ ບໍ່ຕ້ອງໄປເຮັດວຽກໄກ ພ້ອມທັງຍັງມີເວລາເພື່ອເບິ່ງແຍງຄອບຄົວ ແລະ ລູກເຕົ້າ”  ມາຮອດປັດຈຸບັນສະຫະກອນ ທຽນອານ ຂອງນາງ ຫຼີທິກວຽນ ໄດ້ມີ 9 ຜະລິດຕະພັນບັນລຸມາດຖານ OCOP ປີ. 2023 ນາງ ກວຽນ ໄດ້ຮັບລາງວັນທີໜຶ່ງ ຂອງລາຍການແມ່ຍິ່ງ ຫວຽດນາມ ມີຄວາມໝັ້ນໃຈສ້າງເສດຖະກິດໂດຍສະຫະພັນແມ່ຍິງ ຫວຽດນາມ ຈັດຂຶ້ນ. ນາງ ກວຽນ ພວມຝັກໄຝ່ແຜນການເປີດກວ້າງຕະຫຼາດ ບໍ່ພຽງແຕ່ເພື່ອຈຳໜ່າຍຜະລິດຕະພັນຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສົ່ງອອກຂາຍຢູ່ຕະຫຼາດໃນໂລກອີກດ້ວຍ. 
TAG
VOV/VOVworld/ນາງ ຫຼີທິກວຽນ