VOV WorldVOV World
ທະ​ຫານ​ຂົນ​ສົ່ງ ແລະ ໜ້າ​ທີ່​ສົ່ງ​​ຄະ​ນະ​ທະ​ຫານ​ໄປ​ປົດ​ປ່ອຍ ໄຊ່​ງ່ອນ ຢ່າງ​ວອງ​ໄວ
12/04/2025 09:00
(VOVWORLD) - ກ່ອນນີ້ 50 ປີ ຄືປີ 1975 ດ້ວຍບັນຍາກາດ “ມື້ໜຶ່ງເທົ່າກັບ 20 ປີ” ວ່ອງໄວ ວອ່ງໄວຫຼາຍກວ່າອີກ, ບັນດາກຳລັງຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຜ່ານໄລຍະທາງນັບ ພັນ ກິໂລແມັດບຸກເຂົ້າປົດປ່ອຍ ໄຊງ່ອນ. ໃນກອງກຳລັງນັ້ນ, ບັນດາອ້າຍທະຫານປະຕິບັດໜ້າທີ່ຂົນສົ່ງໃນນັ້ນມີພັນເອກ ຫງວຽນວັນນິງ ອະດີດຮອງຫົວໜ້າກົມພະລາທິການ ໄດ້ພິລະອາດຫານກ້າແກ່ນຜ່ານຜ່າທຸກຄວາມຫຍຸ້ງຍາກ ເພື່ອສົ່ງບັນດາກອງກຳລັງເຂົ້າສູ່ບັ້ນຮົບກ່ອນກຳນົດ.
ທະ​ຫານ​ຂົນ​ສົ່ງ ແລະ ໜ້າ​ທີ່​ສົ່ງ​​ຄະ​ນະ​ທະ​ຫານ​ໄປ​ປົດ​ປ່ອຍ ໄຊ່​ງ່ອນ ຢ່າງ​ວອງ​ໄວ
ພັນເອກ ຫງວຽນວັນນິງ      ພັນເອກ ຫງວຽນວັນນິງ ເລົ່າຄືສູ່ຟັງວ່າ ປີ 1975 ຄາວນັ້ນທ່ານເປັນຮ້ອຍໂທ ເປັນກຳມະການການເມືອງກອງພັນ 75, ກອງພັນໃຫຍ່ 512, ກອງພົນ 571. ນີ້ແມ່ນກອງພົນລົດຂົນສົ່ງຍຸດທະສາດທຳອິດຂອງກອງທັບປະຊາຊົນ ຫວຽດນາມ ປະກອບດ້ວຍລົດໂອໂຕທຸກປະເພດ 2.600 ຄັນ. ໃນການບຸກໂຈມຕີ ແລະ ລຸກຮື້ຂຶ້ນຂະໜາດໃຫຍ່ລະດູບານໃໝ່ປີ 1975, ກອງພົນໄດ້ຮັບມອບໝາຍໜ້າທີ່ຮັບປະກັນການຂົນສົ່ງກອງພົນໃຫຍ່ 1 ແລະ ກອງພົນໃຫຍ່ 2 ຈາກພາກເໜືອເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ຢ່າງວ່ອງໄວ. ເພື່ອປະຕິບັດໜ້າທີ່ນີ້ ກອງພົນໄດ້ມອບໝາຍໜ້າທີ່ແຕ່ລະກອງພັນ ລົດຂົນສົ່ງກໍ່ຕ້ອງສົ່ງທະຫານບົກໜຶ່ງກອງພັນໃຫຍ່. ພັນເອກ ຫງວຽນວັນນິງ ເວົ້າວ່າ:
TAG
VOV/VOVworld/ພັນເອກ ຫງວຽນວັນນິງ