VOV WorldVOV World
ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຂອງ​ຮ່າ​ໂນ້ຍ
29/08/2024 09:18
(VOVWORLD) - ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ຍາມໃດກໍ່ມີຄວາມງາມທີ່ປະທັບໃຈ ພ້ອມກັບອາກາດທີ່ປອດໂປ່ງ, ກີ່ນຫອມຫວນຂອງດອກໄມ້. ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ບໍ່ພຽງແຕ່ມີຄວາມງາມແບບໂຣແມນຕິກ ແລະ ກີ່ນຫອມຫວນຂອງດອກໄມ້ເທົ່ານັ້ນ ຫາກຍັງແມ່ນໂອກາດທີ່ດີເພື່ອຊິມເຍື່ອງອາຫານຕ່າງໆຂອງຮ່າໂນ້ຍອີກແລ້ວ.
ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຂອງ​ຮ່າ​ໂນ້ຍ
ອາທິດຜ່ານມາ, ພະແນກກະຈາຍສຽງບັນດາພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ 421 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ ລາຍການພາກພາສາລາວໄດ້ຮັບຈົດໝາຍ 21 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີຄຳເຫັນ ແລະ ຈະຕອບຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການໃນອາທິດຜ່ານມາ. ທ່ານຜູ້ຟັງ ເຊວໄພຢູ່ແຂວງ ຫຼຽວໜິງ, ຈີນ ໄດ້ສົ່ງຈົດໝາຍມາຍັງລາຍການພາກພາສາຈີນ ໂດຍຂຽນວ່າ: ຂ້າພະເຈົ້າເບິ່ງຂ່າວແລ້ວ ໄດ້ຮູ້ວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມທາງລັດຖະກິດຢູ່ຈີນ ໃນລະຫວ່າງວັນທີ 18 – 20 ສິງຫາ. ນີ້ແມ່ນເຫດການໃຫຍ່ຢ່າງແທ້ຈິງ; ຂໍສະແດງຄວາມຍິນດີທີ່ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມຈີນ ຢ່າງສຸດຈິດສຸດໃຈ. ປະທານໂຮ່ຈີມິນ ນັກປະຕິວັດລຸ້ນກ່ອນຂອງ ຫວຽດນາມ ເມື່ອມາຈີນເຄື່ອນໄຫວປະຕິວັດ ສະຖານທີ່ທຳອິດທີ່ເພິ່ນມາແມ່ນ ກວາງຊີ. ໃນການຢ້ຽມຢາມຄັ້ງນີ້, ສະຖານທີ່ທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມກໍ່ແມ່ນກວາງໂຈ, ນີ້ແມ່ນການຢ້ຽມຢາມທີ່ພິເສດ ແລະ ມີຄວາມໝາຍສືບທອດ. ທ່ານ Armando Francisco ຢູ່ ເມັກຊີໂກ ຂຽນມາວ່າ: ດ້ວຍບັ້ນການລຸກຮື້ຂຶ້ນຂອງປະຊາຊົນໃນເດືອນສິງຫາ ປີ 1945 ກ່ອນນີ້ 79 ປີ, ການປະຕິວັດຍາດໄດ້ໄຊຊະນະ, ເປີດເສັ້ນທາງເອກະລາດໃຫ້ແກ່ ຫວຽດນາມ. ປະຊາຊົນ ຫວຽດນາມ ພ້ອມກັບພັກກອມມູນິດ ຫວຽດນາມ ໃນປັດຈຸບັນ, ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານປະເທດ ໂຕເລິມ, ສືບຕໍ່ສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາ ປີ 1945. ຢູ່ ເມັກຊີໂກ ພວກກຂ້າພະເຈົ້າກໍ່ສະເຫຼີມສະຫຼອງເຫດການສຳຄັນນີ້ຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໝົດທຸກຄົນທີ່ຮັກເສລີພາບ ໃນໂລກ. ເພື່ອນ ດາວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການໂດຍແບ່ງປັນວ່າ: ພິທີສະເຫຼີມສະຫຼອງວັນຊາດແມ່ນໂອກາດສຳຄັນທີ່ສຸດສຳລັບແຕ່ລະປະເທດ ແລະ  ຫວຽດນາມ ກໍເປັນຄືແນວນັ້ນ. ເມື່ອຮອດ
TAG
VOV/VOVworld/ເຂົ້າ​ເໝົ້າ/ລະ​ດູ​ໃບ​ໄມ້​ຫຼົ່ນ/ຮ່າ​ໂນ້ຍ