VOV WorldVOV World
ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ສົມ​ທົບ​ການ​ຄົ້ນ​ຫາ​ອາ​ຫານ​ການ​ກິນຢູ່ ຮ່າ​ໂນ້ຍ
26/03/2026 08:12
(VOVWORLD) - ບັນດາລາຍການທ່ອງທ່ຽວສົມທົບກັບຄົ້ນຫາອາຫານການກິນ ຫຼື ແຕ່ງກິນນັ້ນ ແມ່ນລາຍການທີ່ໄດ້ຮັບຄວາມນິຍົມຫຼາຍພໍສົມຄວນຢູ່ ຮ່າໂນ້ຍ ແລະ ຮູບແບບຫ້ອງຮຽນແຕ່ງກິນພ້ອມກັບຊາວທ້ອງຖິ່ນ ກໍພວມດຶງດູດແຂກທ່ອງທ່ຽວສາກົນຫຼາຍຄົນມາ ຮ່າໂນ້ຍ.
ແນະ​ນຳ​ກ່ຽວ​ກັບ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ສົມ​ທົບ​ການ​ຄົ້ນ​ຫາ​ອາ​ຫານ​ການ​ກິນຢູ່ ຮ່າ​ໂນ້ຍ
ເພື່ອນ Shin Makino, ຢູ່ແຂວງ Saitama, ຍີ່ປຸ່ນ, ໄດ້ແບ່ງປັນວ່າ: “ໂດຍເປັນຜູ້ຟັງປະຈຳຂອງ VOV ມາແຕ່ດົນນານ, ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດເພື່ອເຫັນການປ່ຽນແປງ ແລະ ການພັດທະນາຜ່ານແຕ່ລະໄລຍະຂອງບັນດາລາຍການກະຈາຍສຽງຂອງ ຫວຽດນາມ. ດ້ວຍການພັດທະນາຂອງສັງຄົມໃນຍຸກຫັນເປັນດີຈີຕອນ, ຫວັງວ່າ VOV ຈະຍັງຄົງຮັກສາບັນດາຄຸນຄ່າອັນດີງາມໄວ້ໄດ້ ໄປຄຽງຄູ່ກັນນັ້ນແມ່ນມີການປ່ຽນແປງໃໝ່ຢ່າງປະດິດຄິດສ້າງຫຼາຍກວ່າອີກເພື່ອໄປທັນກັບທ່າອ່ຽງຂອງສັງຄົມ”. ສ່ວນເພື່ອນ ຄຳມະນີ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນຄວາມປະທັບໃຈຂອງຕົນກັບພວກຂ້າພະເຈົ້າ ພາຍຫຼັງອ່ານບົດຂຽນທີ່ມີຫົວຂໍ້ “ແມ່ຍິງຊາວເຜົ່າມົ້ງ ຢູ່ໝູ່ບ້ານອາຊີບຕ່ຳປໍປ່ານ ລຸ່ງຕາມ ແຂວງ ຕວຽນກວາງ ແນະນຳອາຊີບພື້ນເມືອງອອກສູ່ໂລກ” ຄືດັ່ງນີ້: “ຂ້າ ພະ ເຈົ້າ ມີ ຄວາມ ປະ ທັບ ໃຈ ທີ່ ສຸດ ກັບ ຮູບ ພາບ ແມ່ ຍິງ ຜູ້ ຮ່າງນ້ອຍ , ເຖິງວ່າ ອາ ຍຸ ສູງ ແລ້ວ ກໍ ຕາມ ແຕ່ ຍັງ ເມົາ ມົວ ກັບ ການ ອະ ນຸ ລັກ ຮັກ ສາ , ພັດ ທະ ນາ ອາ ຊີບ ຕ່ຳ ປ ໍ ປ່ານ. ເພິ່ນ ແມ່ນ ກຳ ລັງ ໜູນ ແລະ ແບບ ຢ່າງ ທີ່ ດີ ໃຫ້ ແກ່ ຄົນ ລຸ້ນ ໜຸ່ມ ສືບ ຕໍ່ ສືບ ທອດ ອາ ຊີບ ພື້ນ ເມືອງ ນີ້. ຢູ່ ລາວ ກໍ ມີຫຼາຍ ອາ ຊີບ ຫັດ ຖະ ກຳ ພື້ນ ເມືອງ ຄື ແນວ ນັ້ນ”. ເພື່ອນ ຄຳແກ້ວ ຢູ່ນະຄອນຫຼວງ ວຽງຈັນ ຖາມມາວ່າ “ທ້າຍ ເດືອນ ມີ ນາ ນີ້ , ຂ້າ ພະ ເຈົ້າ ພ້ອມ ດ້ວຍ ຄອບ ຄົວ ຈະ ໄປ ທ່ອງ ທ່ຽວ ຮ່າ ໂນ້ຍ 3 ວັນ. ໝົດ ທຸກ ຄົນ ໃນ ຄອບ ຄົວ ຂ້າ ພະ ເຈົ້າ ໃຜ ກໍ ມັກ ອາ ຫານ ຫວຽດ ສະ ນັ້ນ ກໍ ຢາກ ຮຽນ ແຕ່ງ ອາ ຫານ ບາງ ຢ່າງ. ບໍ່ ຮູ້ ວ່າ ຢູ່ ຮ່າ ໂນ້ຍ , ມີ ລາຍ ການ ທ່ອງ ທ່ຽວ ລົງ ຕົວ ຈິງ ແຕ່ງ ກິນ ບໍ ? ນອກ ຈາກ ການ ຢ້ຽມ ຢາມ ບັນ ດາ ສະ ຖານ ທີ່ ທ່ອງ ທ່ຽວ ແລ້ວ , ພວກ ຂ້າ ພະ ເຈົ້າ ຢາກ ເຂົ້າ ຮ່ວມ ການ ລົງ ຕົວ ຈິງ ແຕ່ງ ກິນ ນຳ ແດ່”.
TAG
VOV/VOVworld/ໝູ່ບ້ານ ກວິ່ງເຊີນ/ໂລ​ໂລ​ຈາຍ/​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ