ແນະນຳກ່ຽວກັບບັນດາມໍລະດົກວັດທະນະທຳໂລກ ຢູ່ ຫວຽດນາມ
04/07/2024 02:00
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 459 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 25 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດຜ່ານມາ, ພວກຂ້າພະເຈົ້າ ໄດ້ຮັບຈົດໝາຍຂອງເພື່ອນ ສີສະໜຸກ ຢູ່ແຂວງ ວຽງຈັນ ດ້ວຍຄຳແບ່ງປັນດັ່ງນີ້: “ ຂ້າ ພະ ເຈົ້າ ລອງເຮັດ “ ເຝີ ແຫ້ງ ໄກ່ ໃສ່ ຫອມ ຈຽວ ” ຕາມ ສູດ ທີ່ ພວກ ເພື່ອນ ໄດ້ ແນະ ນຳ ມາ ແລ້ວ . ຄອບ ຄົວ ຂ້າ ພະ ເຈົ້າ ຜູ້ ໃດ ກໍ ມັກ , ແຖມ ຍັງ ຍົກ ໂປ້ ວ່າ ແຊບຫຼາຍ . ຂ້າ ພະ ເຈົ້າ ຢາກ ຝຶກ ເຮັດຫຼາຍ ເຍື່ອງ ອາ ຫານ ຂອງ ຫວຽດ ນາມ ໃຫ້ ຄອບ ຄົວ ກິນ . ຫວັງ ວ່າ ພວກ ເພື່ອນ ຈະ ແນະ ນຳ ອີກຫຼາຍໆ ເມ ນູ ”. ໃນບອັກຄອມເມັ້ນພາຍໃຕ້ບົດຂຽນ “ຮ່າໂນ້ຍ ຮັກສາອາຊີບເປົ່າແກ້ວ” ໃນຄໍລຳ ເລື່ອງລາວເຂດບ້ານນາ, ເພື່ອນ ຈັນທິມາ ໄດ້ແບ່ງປັນວ່າ: “ ຫວຽດ ນາມ ມີຫຼາຍ ໝູ່ ບ້ານ ອາ ຊີບທີ່ ໜ້າ ຈັບ ໃຈ ແທ້ . ຂອບ ໃຈ ພວກ ເພື່ອນ ທີ່ ໄດ້ ແນະ ນຳ ໃຫ້ ຂ້າ ພະ ເຈົ້າ ຮູ້ ວ່າ ເພື່ອ ສາ ມາດ ຜະ ລິດ ໄດ້ຈອກ ຫຼື ດອກ ໄຟ ອັນ ໜຶ່ງ ກຳ ມະ ກອນ ມີ ຄວາມ ລຳ ບາກ ຊ່ຳ ໃດ , ພິ ເສດ ແມ່ນ ໃນ ສະພາບ ອາ ກາດ ທີ່ ຮ້ອນ ເອົ້າ ຂອງ ລະ ດູ ຮ້ອນ ນີ້ ”. ຜູ້ຈັດທຳລາຍການພວກຂ້າພະເຈົ້າ ຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບຄຳແບ່ງປັນຈາກທ່ານຜູ້ຟັງ. ຂອບໃຈຜູ້ຟັງທຸກໆທ່ານ ທີ່ໄດ້ໃຫ້ການສະໜັບສະໜູນ, ຕິດຕາມ ແລະ ສົ່ງຈົດໝາຍຝາກເຖິງລາຍການ. ພວກຂ້າພະເຈົ້າ ຈະສືບຕໍ່ຜະລິດ, ລົງຫຼາຍຂ່າວ, ບົດທີ່ເປັນປະໂຫຍດກ່ຽວກັບອາຫານການກິນ, ໝູ່ບ້ານອາຊີບຫັດຖະກຳ, ເສດຖະກິດ, ວັດທະນະທຳ, ປະເທດຊາດ ຫວຽດນາມ... ຫວັງວ່າ ທ່ານຈະຕິດຕາມອ່ານ ແລະ ສົ່ງຄອມເມັ້ນມາຫາລາຍການ. ເພື່ອສືບຕໍ່ລາຍການ, ຕໍ່ໄປ ພວກຂ້າພະເຈົ້າຂໍຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກເຖິງລາຍການໃນອາທິດຜ່ານມາ. ຄຳຖາມທຳອິດ ແມ່ນມາຈາກເພື່ອນ ອຸ່ນຄຳ ຢູ່ແຂວງ ຈຳປາສັກ. ເພື່ອນຖາມມາວ່າ: ຢູ່ ຫວຽດນາມ, ມີມໍລະດົກວັດທະນະທຳໃດແດ່ ທີ່ໄດ້ຮັບການຮັບຮອງຈາກ UNESCO?
TAG
VOV/VOVworld/ບັກຢາງ/ໝາກລີ້ນຈີ່ທ່ຽວ/UNESCO
Related








