ແນະນຳກ່ຽວກັບໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າຢູ່ ຮ່າໂນ້ຍ
15/08/2024 16:00
(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 412 ສະບັບ ໄດ້ສົ່ງມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 22 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຈົດໝາຍຂອງເພື່ອນ ສີສະໜຸກ ຢູ່ແຂວງ ວຽງຈັນ ດ້ວຍຄຳແບ່ງປັນຄືດັ່ງນີ້: “ຂ້າພະເຈົ້າມີຄວາມປະ ທັບ ໃຈກັບພາບຖ່າຍທົ່ງນາຂັ້ນໄດປູກດອກ Crocosmia ທີ່ ເຕັມ ໄປ ດ້ວຍ ສີ ສົ້ມ ກໍ ຄື ວິ ທີຈັດງານ ບຸນດອກ ໄມ້ ຕິດ ພັນ ກັບ ການ ໂຄ ສະ ນາ ວັດ ທະ ນະ ທຳ ທີ່ ເຂັ້ມ ຂົ້ນ ໄປ ດ້ວຍ ສີ ສັນ ຊາດ ທັງ ດຶງ ດູດ ແຂກ ທ່ອງ ທ່ຽວ ຂອງ ຫວຽດ ນາມ ”. ເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການໂດຍຖາມວ່າ: “ ໃກ້ ຈະ ຮອດ ວັນ ບຸນ ໄຫວ້ ພະ ຈັນ ແລ້ວ ແມ່ນ ບໍ່ ? ຂ້າ ພະ ເຈົ້າ ຈື່ວ່າ ງານບຸນ ໄດ້ ຈັດ ຂຶ້ນ ໃນ ລະ ດູ ໃບ ໄມ້ຫຼົ່ນ . ຂ້າ ພະ ເຈົ້າ ເຄີຍ ເຫັນ ພາບ ບັນ ຍາ ກາດ ວັນ ບຸນ ໄຫວ້ ພະ ຈັນ ທີ່ ຈັດ ຂຶ້ນ ຢູ່ ແຂວງ ຕວຽນ ກວາງ ໃນ ເວັບ ໄຊ vovworld.vn ແລ້ວ ຮູ້ສຶກ ຢາກ ເຊື່ອມ ຕົວ ເຂົ້າ ກັບ ບັນ ຍາ ກາດ ຂອງວັນ ບຸນ ນັ້ນ . ປັດ ຈຸ ບັນ , ຂ້ າ ພະ ເຈົ້າ ກຳ ລັງ ຝຶກ ອົບ ຮົມ ຢູ່ ຫວຽດ ນາມ ຮອດ ທ້າຍ ເດືອນ 10 ຈຶ່ງ ສຳ ເລັດ . ບໍ່ ຮູ້ ວ່າ , ຂ້າ ພະ ເຈົ້າ ຈະ ທັນ ມີ ເວ ລາ ເຂົ້າ ຮ່ວມ ງານ ບຸນ ທີ່ ຈັບ ອົກ ຈັບ ໃຈ ນີ້ ບໍ ?” ຮ່າໂນ້ຍ ເລີ່ມເຂົ້າລະດູໃບໄມ້ຫຼົ່ນ ແລະ ວັນບຸນໄຫວ້ພະຈັນກໍກຳລັງໝູນວຽນມາແລ້ວ. ງານບຸນໄຫວ້ພະຈັນ ຫຼື ຍັງໄດ້ເອີ້ນວ່າ ວັນບຸນແຫ່ງການເຕົ້າໂຮມກັນ ໄດ້ຈັດຂຶ້ນໃນມື້ເພັງ ເດືອນ 8 ໄລ່ຕາມຈັນທະປະຕິທິນ. ເຊິ່ງປີນີ້ ຖືກມື້ວັນສຸກ, ກົງກັບວັນທີ 29 ກັນຍາ. ແຕ່ລະປີ, ວັນບຸນໄຫວ້ພະຈັນຢູ່ແຂວງ ຕວຽນກວາງ ໄດ້ດຳເນີນໃນຫຼາຍມື້ດ້ວຍຫຼາຍກິດຈະກຳທີ່ຟົດຟື້ນມ່ວນຊື່ນ ແລະ ເປັນເອກະລັກ. ຂ້າພະເຈົ້າຫວັງວ່າ ເພື່ອນຈະຍາດເວລາໄປເຂົ້າຮ່ວມງານບຸນທີ່ໜ້າຈັບອົກຈັບໃຈນີ້.
TAG
VOV/VOVworld/ຮ່ານາມ/ໝູ່ບ້ານວັດທະນະທຳ ແລະ ການທ່ອງທ່ຽວບັນດາເຜົ່າ
Related








