ແນະນຳກ່ຽວກັບການຈູດບັ້ງໄຟດອກເພື່ອຕ້ອນຮັບບຸນປີໃໝ່ 2024 ຢູ່ ຫວຽດນາມ
28/12/2023 07:08
(VOVWORLD) - ໃນອາທິດຜ່ານມາມີຈົດໝາຍ 444 ສະບັບໄດ້ສົ່ງມາ VOV5, ສະເພາະລາຍການພາກພາສາລາວ ມີ 22 ສະບັບ.

ຈົດໝາຍສະບັບທຳອິດທີ່ພວກຂ້າພະເຈົ້າໄດ້ຮັບໃນອາທິດຜ່ານມາ ແມ່ນຂອງເພື່ອນ ສີສະໜຸກ ຢູ່ແຂວງ ບໍລິຄຳໄຊ. ເພື່ອນ ສີສະໜຸກ ແບ່ງປັນວ່າ: “ຜ່ານບັນດາບົດຂຽນຂອງ VOV5, ຂ້າພະເຈົ້າຮູ້ສຶກປຶ້ມໃຈຫຼາຍຕໍ່ບັນດາຮູບແບບ startup ຂອງໄວໜຸ່ມ ຫວຽດນາມ. ມີຫຼາຍຮູບແບບສາມາດເອົາມາຜັນຂະຫຍາຍຢູ່ລາວໄດ້”. ຈາກ Saitama, ປະເທດ ຍີ່ປຸ່ນ, ເພື່ອນ Matsumoto Takuya ໄດ້ສົ່ງຈົດໝາຍເຖິງ VOV5 ດ້ວຍເນື້ອໃນ: “ຫວ່າງມໍ່ໆມານີ້, ຫວຽດນາມ ບັນລຸໄດ້ຜົນງານດ້ານເສດຖະກິດທີ່ໜ້າຈັບໃຈຫຼາຍຢ່າງ, ພິເສດແມ່ນສຳລັບຂະແໜງການທ່ອງທ່ຽວ. ຫວຽດນາມ ສືບຕໍ່ ໄດ້ຮັບການເລືອກເຟັ້ນ ໃຫ້ ເປັນສະຖານທີ່ມໍລະດົກ ທີ່ ດີທີ່ສຸດໃນ ອາຊີ, ຈຸດນັດພົບດ້ານວັດທະນະທຳແຫ່ງໃໝ່ຂອງ ອາຊີ… ນີ້ ລ້ວນແຕ່ເປັນບັນດາຂ່າວດີ. ໃນ ປີ ໜ້າ, ແນ່ນອນວ່າ ຂ້າພະເຈົ້າຈະ ໄປ ທ່ຽວ ຫວຽດນາມ ເພື່ອຄົ້ນຫາວັດທະນະທຳທີ່ເປັນເອກະລັກຂອງປະເທດນີ້”. ນອກຈາກນັ້ນແລ້ວ, ໃນອາທິດຜ່ານມາ, ມີຜູ້ຟັງຫຼາຍທ່ານໄດ້ສົ່ງຈົດໝາຍມາຍັງ VOV5 ເພື່ອອວຍພອນວັນບຸນ ຄຼິດສະມາດ ແລະ ປີໃໝ່ສາກົນ 2024. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ທຸກຄຳອວຍພອນອັນປະເສີດຈາກທ່ານຜູ້ຟັງທຸກໆທ່ານ. ພວກຂ້າພະເຈົ້າກໍຂໍຝາກຄວາມອວຍພອນໄຊອັນປະເສີດທີ່ສຸດໄປຍັງທ່ານຜູ້ຟັງທັງຫຼາຍ. ປີໃໝ່ 2024, ຂໍອວຍພອນໃຫ້ຜູ້ຟັງທຸກໆທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ຍາດໄດ້ໄຊຊະນະໃໝ່, ຜົນສຳເລັດໃໝ່ໃນທຸກຂົງເຂດ. ສືບຕໍ່ລາຍການ, ຕໍ່ໄປ, ພວກຂ້າພະເຈົ້າຂໍຕອບຄຳຖາມບາງຂໍ້ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ. ຄຳຖາມທຳອິດ ແມ່ນຂອງເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ. ເພື່ອນຖາມມາວ່າ: ໂອກາດພັກ ບຸນ ປີໃໝ່ສາກົນ 2024 ຢູ່ ຫວຽດນາມ ແກ່ຍາວຈັກມື້? ໃນ Countdown, ມີແຂວງໃດແດ່ ຈະຈູດບັ້ງໄຟດອກ? ຕາມການກຳນົດຂອງ ຫວຽດນາມ, ຜູ້ອອກແຮງງານຈະໄດ້ພັກບຸນປີໃໝ່ສາກົນ 2024 ໃນເວລາ 1 ມື້, ຄືມື້ວັນທີ 01 ມັງກອນ 2024 ເຊິ່ງປີນີ້ ແມ່ນກົງກັບມື້ວັນຈັນ. ແຕ່ວ່າ, ວັນທີ 30 ແລະ 31 ເດືອນທັນວາ 2023 ພັດກົງກັບວັນເສົາ ແລະ ວັນອາທິດ. ສະນັ້ນ, ສຳລັບການພັກບຸນປີໃໝ່ສາກົນ 2024 ນີ້, ແຮງງານ ຫວຽດນາມ ຈະໄດ້ພັກ 03 ວັນລຽນຕິດ, ແຕ່ວັນທີ 30 ທັນວາ 2023 ຈົດຮອດໝົດວັນທີ 01 ມັງກອນ 2024.
TAG
VOV/VOVworld/
Related








