ແນະນຳກ່ຽວກັບເທບນິຍາຍໂຕມັງກອນ ຕິດພັນກັບສະຖານທີ່ທ່ອງທ່ຽວອ່າວ ຮ້າລອງ
22/02/2024 10:07
(VOVWORLD) - ໃນ 2 ອາທິດຜ່ານມາ, ມີຈົດໝາຍທັງໝົດ 706 ສະບັບໄດ້ສົ່ງມາ VOV5, ສະເພາະລາຍການພາກພາສາລາວ ມີ 43 ສະບັບ.

ຈົດໝາຍສະບັບທຳອິດໃນອາທິດຜ່ານມາ ເຊິ່ງພວກຂ້າພະເຈົ້າໄດ້ຮັບໃນໂອກາດຕົ້ນລະດູບານໃໝ່ ປີມະໂລງ 2024 ນີ້ ແມ່ນຂອງທ່ານ ຄຳແພງ ໄຊສົມແພງ, ເຈົ້າແຂວງແຂວງ ຫົວພົນ. ບັນດາລາຍການກະຈາຍສຽງພິເສດໃນໂອກາດບຸນເຕັດຂອງ VOV ໄດ້ເຮັດໃຫ້ທ່ານລະນຶກເຖິງຄວາມຊົງຈຳຂອງທ່ານກ່ຽວກັບບຸນເຕັດປະຈຳຊາດ ຫວຽດນາມ ໃນສະໄໝທີ່ທ່ານຮ່ຳຮຽນຢູ່ ຫວຽດນາມ. ທ່ານ ແບ່ງປັນວ່າ: “ ເມື່ອ ເວົ້າ ກ່ຽວ ກັບ ບຸນ ປີ ໃໝ່ ປະ ຈຳຊາດ ຫວຽດ ນ າມ , ຂ້າ ພະ ເຈົ້າ ກໍ ຄິດ ເຖິງ ບັນ ຍາ ກາດ ຂອງ ຊຸມ ວັນ ທີ່ ຍັງ ຮຽນ ຢູ່ ຫວຽດ ນາມ . ປີ ໃດ ພວກ ຂ້າ ພະ ເຈົ້າ ກໍ ໄດ້ ຕ້ອນ ຮັບ ບຸນ ເຕັດ ຢູ່ ເຮືອນ ຂອງ ພໍ່ ຮັກ ແມ່ ຮັກ . ຊື່ ຫວຽດ ຂອງ ຂ້າ ພະ ເຈົ້າ ແມ່ນ ເຈິ່ນ ເຟືອງ . ຂ້າ ພະ ເຈົ້າ ຍັງ ຈື່ ດີ ວ່າ ເມື່ອ ບຸນ ເຕັດ ວຽນ ມາ , ພໍ່ ຮັກ ແມ່ ຮັກ ກໍ ບອກ ກັບ ພວກ ຂ້າ ພະ ເຈົ້າ ວ່າ : ພວກ ລູກ ເອີຍ , ຮອດ ຄ່ຳ ຄືນ ວັນ ທີ 30 ບຸນ ເຕັດ , ພວກ ລູກ ມາ ຂຶ້ນເຮືອນ ແຮກ ໝານ ເດີ . ບັນ ດາ ສະ ມາ ຊິກ ໃນ ຄອບ ຄົວ ກໍ ເຕົ້າ ໂຮມ ກັນ ແລະ ພວກ ຂ້າ ພະ ເຈົ້າ ກໍ ໄດ້ ມາ ຢ້ຽມ ຢາມ ຄອບ ຄົວ , ຊື້ດອກ ຄາຍ ແລະ ກະ ກຽມ ກະ ຕ່ າ ຂອງ ຂວັນ ເລັກ ໆ ນ້ອຍໆ ເພື່ອ ອວ ຍ ພອນປີ ໃໝ່ພໍ່ ແມ່ . ຂ້າ ພ ະ ເຈົ້າ ເຫັນ ວ່າ , ໃນ ຊຸມ ວັນ ບຸນ ເຕັດຂອງ ຫວຽດ ນາມ ຜູ້ ໃດກໍໄດ້ ກິນ ແຊບ ແລະ ນຸ່ງ ງາມ , ລູກຫຼານອ້າຍ ນ້ອງ ທີ່ ໄປ ເຮັດ ວຽກ , ໄປ ຮຽນ ຢູ່ ໃສ ກໍ ກັບ ເມືອ ເຮືອນ ເຕົ້າ ໂຮມ ກັນ ຕ້ອບ ຮັບ ບຸນ ເຕັດ ຢ່າງ ອົບ ອຸ່ນ . ນີ້ ແມ່ນ ຈຸ ດ ທີ່ ເປັນ ເອ ກະ ລັກ ແລະ ພິ ເສດ ຂອງ ບຸນ ເຕັດ ຫວຽດ ນາມ . ບຸນ ເຕັດ ຫວຽດ ນາມ ມ່ວນຫຼາຍ ”. ນີ້ແມ່ນຄຳແບ່ງປັນທີ່ຕື້ນຕັນໃຈຫຼາຍແມ່ນບໍ? ພວກຂ້າພະເຈົ້າຄິດວ່າ, ຈະມີອະດີດນັກສຶກສາລາວ ຫຼາຍຄົນທີ່ຮຽນຢູ່ ຫວຽດນາມ ກໍເຄີຍໄດ້ສຳຜັດ ແລະ ມີຄວາມຮູ້ສຶກຄ້າຍຄືກັນກັບທ່ານ ຄຳແພງ ໄຊສົມແພງ. ໃນ 2 ອາທິດຜ່ານມາ, ມີຜູ້ຟັງຫຼາຍທ່ານໄດ້ສົ່ງຄຳອວຍພອນມາຍັງລາຍການ. ຜູ້ຈັດທຳລາຍການພວກຂ້າພະເຈົ້າ, ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈທີ່ສຸດມາຍັງທ່ານຜູ້ຟັງທຸກໆທ່ານ ແລະ ກໍຂໍຝາກຄວາມອວຍພອນອັນດີງາມທີ່ສຸດມາຍັງທ່ານຜູ້ຟັງ. ອວຍພອນໃຫ້ທ່ານຜູ້ຟັງ, ປີໃໝ່ມີພາລະນາໄມສົມບູນ ແລະ ສົມດັ່ງປາດຖະໜາທຸກປະການ. ສືບຕໍ່ລາຍການ, ພວກຂ້າພະເຈົ້າຈະຕອບຄຳຖາມຈຳນວນໜຶ່ງທີ່ທ່ານຜູ້ຟັງໄດ້ຝາກເຖິງລາຍການພາກພາສາລາວໃນອາທິດຜ່ານມາ. ນອກຈາກບັນດາຄຳອວຍພອນປີໃໝ່ແລ້ວ, ເມື່ອສົ່ງຈົດໝາຍເຖິງລາຍການ, ເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ຍັງຂຽນວ່າ: “ ປີ ນີ້ ແມ່ນ ປີມະ ໂລງ . ຂ້າ ພະ ເຈົ້າ ຢາກ ຮູ້ ເລື່ອງ ລາວ , ເທບ ນິ ຍາຍ ກ່ຽວ ກັບ ໂຕ ມັງ ກອນ ຂອງ ຫວຽດ ນາມ ຕື່ມ ອີກ . ຫວັງ ວ່າ ບັນ ນາ ທິ ການ ຂອງ ລາຍ ການ ຈະ ເລົ່າ ສູ່ ຟັງແດ່ ”. ເມື່ອເວົ້າເທບນິຍາຍກ່ຽວກັບໂຕມັງກອນຂອງ ຫວຽດນາມ ແມ່ນມີຫຼາຍພໍສົມຄວນ. ໃນລາຍການນີ້, ພວກຂ້າພະເຈົ້າ ຈະເລົ່າໃຫ້ເພື່ອນ ຈຳປາ ແລະ ທ່ານຜູ້ຟັງ ຟັງເທບນິຍາຍກ່ຽວກັບມັງກອນ ທີ່ຕິດພັນກັບສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ ຫວຽດນາມ ເຊິ່ງ ຄົນລາວ ແລະ ແຂກທ່ອງທ່ຽວຕ່າງປະເທດຫຼາຍຄົນນິຍົມເລືອກມາທ່ຽວຊົມ ເມື່ອມາ ຫວຽດນາມ, ນັ້ນແມ່ນ ຮ້າລອງ. ເລື່ອງມີຢູ່ວ່າ:
TAG
VOV/VOVworld/
Related








