ແນະນຳ ວັນກະວີ ຫວຽດນາມ
01/02/2024 08:57
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 410 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບຈາກທ່ານຜູ້ຟັງ.

ຈາກ Bilbao, ປະເທດ ແອັດສະປາຍ, ທ່ານ José Ignacio Cos Lezama ໄດ້ຝາກຄຳອວຍພອນມາຍັງ ວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ຮັບ 170 ລາງວັນສື່ມວນຊົນ ໃນປີ 2023, ໃນນັ້ນ ມີ 4 ລາງວັນໂດຍ ສະຫະພັນກະຈາຍສຽງ - ໂທລະພາບ ອາຊີ - ປາຊີຟິກ (ABU) ມອບໃຫ້ ແລະ ໜຶ່ງລາງວັນພິເສດຂອງ ສະຫະສະມາຄົມ ສື່ມວນຊົນ ອາຊີ - ປາຊີຟິກ. ທ່ານ José Ignacio Cos Lezama ໄດ້ຂຽນວ່າ: “ເລື່ອງວຽກງານຂອງເຮົາເຮັດແລ້ວໄດ້ຮັບການຮັບຮູ້, ຢັ້ງຢືນແມ່ນສຳຄັນທີ່ສຸດ, ຍ້ອນມັນອະນຸຍາດໃຫ້ບັນດາຜູ້ເຮັດວຽກມືອາຊີບ ສືບຕໍ່ພັດທະນາ, ໃນກໍລະນີນີ້ແມ່ນບັນດາບັນນາທິການ, ນັກຂ່າວຂອງ VOV. ຂ້າພະເຈົ້າຫວັງວ່າ, ປີ 2024 ຈະແມ່ນປີທີ່ຜູ້ຟັງສືບຕໍ່ເຫັນປະຈັກຕາບັນດາຜົນງານໃໝ່ຂອງ VOV”. ສ່ວນເພື່ອນ Najimuddin, ຢູ່ ອິນເດຍ ໄດ້ຕີລາຄາສູງລາຍການຂ່າວຂອງ VOV, ເພື່ອນໄດ້ຂຽນວ່າ: “ຄໍລຳສະຖານະການການເມືອງ, ເຫດການຂອງໂລກ ແລະ ຂ່າວກ່ຽວກັບ ຫວຽດນາມ, ໄດ້ປະກອບສ່ວນນຳມາເຊິ່ງຄວາມຮູ້ສຳຄັນໃຫ້ຂ້າພະເຈົ້າ. ຍາມໃດຂ້າພະເຈົ້າກໍ່ເຄົາລົບບັນດາແຫຼ່ງຂ່າວທີ່ເປັນໜ້າເຊື່ອຖືນີ້”. ໃນອາທິດ, ທ່ານ Zhāng hànwén, ຢູ່ ຊື່ຈວານ, ປະເທດ ຈີນ ໄດ້ຝາກຈົດໝາຍດ້ວຍເນື້ອໃນວ່າ: “ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024 ໃກ້ຈະມາເຖິງ, ກ່ອນອື່ນໝົດ, ຂ້າພະເຈົ້າຂໍອວຍພອນໃຫ້ບັນນາທິການ ແລະ ໂຄສົກຂອງ VOV ທຸກໆຄົນ, ບັນດາທ່ານຜູ້ຟັງ, ເພື່ອນມິດ ແລະ ພໍ່ແມ່ປະຊາຊົນຊົນເຜົ່າຕ່າງໆໃນທຸກແຖບຖິ່ນຂອງປະເທດ ຫວຽດນາມ ຈົ່ງມີແດ່ບຸນປີໃໝ່ປະຈຳຊາດເຕັມໄປດ້ວຍຄວາມເບິກບານມ່ວນຊື່ນ. ຂ້າພະເຈົ້າເຊື່ອວ່າ ພວກທ່ານຈະໄດ້ຮັບຈົດໝາຍ ແລະ ຄຳອວຍພອນຈາກຂ້າພະເຈົ້າແລ້ວ”.
TAG
VOV/VOVworld/ວັນເພງ/ວັນກະວີ/ແມ່ຍິງ/ເດັກນ້ອຍ
Related








