ແນະນຳກ່ຽວກັບບັນດາຫາດຊາຍທະເລທີ່ສວຍງາມຢູ່ບັນດາແຂວງມີຊາຍແດນຕິດກັບ ລາວ
26/06/2025 16:00
(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ ທັງໝົດ 389 ສະບັບ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 24 ສະບັບຈາກທ່ານຜູ້ຟັງລາວ.

ກ່ອນ ຈະ ເປີດ ອ່ານ ຈົດ ໝາຍ ສະ ບັບ ຕ່າງໆທີ່ ໄດ້ ຝາກ ມາ ລາຍ ການ ໃນ ອາ ທິດ ຜ່ານ ມາ , ພວກ ຂ້າ ພະ ເຈົ້າ ຈະ ອັບ ເດດ ຂໍ້ ມູນ ກ່ຽວ ຂ້ອງ ເຖິງ ການ ເສັງ ເພື່ອນ ຮູ້ ຫ ຍັງ ແດ່ ກ່ຽວ ກັບ ຫວຽດ ນາມ ປີ 2025 ໂດຍ ວິ ທະ ຍຸ ກະ ຈາຍ ສຽງ ຫວຽດ ນາມ ຈັດ ຂຶ້ນ. ໄລ່ ຮອດ ວັນ ທີ 24 ມິ ຖຸ ນາ , ລາຍ ການ ພາກ ພາ ສາ ລາວ ໄດ້ ຮັບ ບົດ ເຂົ້າ ຮ່ວມ ການ ເສັງຈຳ ນວນ 13 ບົດ. ບັນ ດາ ລາຍ ການ ອື່ນໆ ຄື ອິນ ໂດ ເນ ເຊຍ , ອັງ ກິດ , ຝ ລັ່ງ , ລັດ ເຊຍ , ສ.ເກົາຫຼີ , ຈີນ , ກຳ ປູ ເຈຍ , ເຢຍ ລະ ມັນ ກໍຍັງ ສືບ ຕໍ່ ໄດ້ ຮັບ ບົດ ເຂົ້າ ຮ່ວມ ການ ເສັງ ເປັນ ຈຳ ນວນຫຼາຍ ບົດ , ມີ ບາງ ບົດ ມີ ຄວາມ ຍາວ ເຖິງ 20 – 30 ໜ້າ. ທາງຄະນະຈັດຕັ້ງໄດ້ກະກຽມລາຍການທ່ອງທ່ຽວ, ຄົ້ນຫາ ຫວຽດນາມ 5 ວັນ 4 ຄືນ ແລະ ຫຼາຍລາງວັນທີ່ຈັບອົກຈັບໃຈອື່ນໆເປັນທີ່ຮຽບຮ້ອຍແລ້ວ ເພື່ອກຽມພ້ອມມອບໃຫ້ບັນດາຜູ້ເຂົ້າຮ່ວມການເສັງທີ່ດີເດັ່ນ. ຍັງເຫຼືອບໍ່ພໍເທົ່າໃຈມື້, ຄະນະຈັດຕັ້ງກໍຈະຢຸດຮັບບົດເຂົ້າຮ່ວມການເສັງແລ້ວ, ສະນັ້ນ ທ່ານຈົ່ງເຮັດບົດເສັງໃຫ້ສຳເລັດ ແລ້ວສົ່ງເຂົ້າອີເມວ laovov5@gmail.com ຫຼື ສົ່ງທາງໄປສະນີມາຍັງລາຍການໂດຍຈ່າໜ້າຊອງວ່າ: ລາຍການພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ກ່ອນວັນທີ 30 ມິຖຸນາ 2025. ຖ້າມີຂໍ້ຂ້ອງໃຈໃດ ກະລຸນາຕິດຕໍ່ຫາພວກຂ້າພະເຈົ້າ. ພວກຂ້າພະເຈົ້າຍິນດີໃຫ້ການແນະນຳເພື່ອໃຫ້ທ່ານສາມາດຍາດໄດ້ບັນດາລາງວັນສູງສຸດ. ຂໍອວຍພອນໃຫ້ທ່ານປະສົບຜົນສຳເລັດໃນການເສັງຄັ້ງນີ້. ນອກຈາກໄດ້ຮັບບັນດາບົດເຂົ້າຮ່ວມການເສັງແລ້ວ, ໃນອາທິດຜ່ານມາ ພວກຂ້າພະເຈົ້າກໍມີຄວາມປະຕິຊົມຊື່ນ ຍ້ອນໄດ້ຮັບຄຳອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີ ແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ ເປັນຈຳນວນຫຼວງຫຼາຍອີກດ້ວຍ. ໃນນັ້ນ, ເພື່ອນ ຫຸມແພງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ແບ່ງປັນໃນບົດເຂົ້າຮ່ວມການເສັງຂອງຕົນວ່າ: “ຂ້າ ພະ ເຈົ້າ ເປັນ ຜູ້ ຟັງ ທີ່ ສະ ໜິດ ສະ ແໜ້ນ ຂອງ VOV ມາ ແຕ່ ດົນ. ຂ້າ ພະ ເຈົ້າ ລໍ ຄອຍ ຮອດ ວັນ ທີ 21 ມິ ຖຸ ນາ ຈຶ່ງ ສົ່ງ ບົດ ເຂົ້າ ຮ່ວມ ການ ເສັງ ແລະ ຂໍອວຍ ພອນ ບັນ ດາ ບັນ ນາ ທິ ການ ຂອງ VOV ເນື່ອງ ໃນ ໂອ ກາດ ວັນ ສື່ມວນ ຊົນ ປະ ຕິ ວັດ ຫວຽດ ນາມ ແລະ 80 ປີ ແຫ່ງ ການ ສ້າງ ຕັ້ງ VOV . ຂໍຂອບ ໃຈ ສຳ ລັບ ການ ໃຫ້ ຂ່າວ , ບົດ ໃນ ແຕ່ ລະ ມື້”. ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງນ້ຳໃຈ ແລະ ຄຳອວຍພອນໄຊອັນປະເສີດຂອງທ່ານຜູ້ຟັງທຸກໆທ່ານ. ຂໍອວຍພອນໃຫ້ບັນດາທ່ານ ຈົ່ງມີພາລະນາໄມສົມບູນ ແລະ ສົມຫວັງໃນຊີວິດ. ສື ບ ຕໍ່ ລາຍ ການ , ພວກ ຂ້າ ພະ ເຈົ້າ ຂໍ ຕອບ ບັນ ດ າ ຄຳ ຖາມ ຂອງ ຜູ້ ຟັງ , ຜູ້ ອ່ານ ທີ່ ໄດ້ ຝາກ ມາ ລາຍ ການ ໃນ ອາ ທິດ ຜ່ານ ມາ. ຄຳ ຖາມ ທຳ ອິດ ແມ່ນ ຂອງ ເພື່ອນ ຄຳຫຼ້າ ຢູ່ ນະ ຄອນຫຼວງ ວຽງ ຈັນ. ເພື່ອນ ຖາມ ວ່າ: ໝາ ກ ລີ້ນ ຈີ່ທ່ຽວ ຂອງ ຫວຽດ ນາມ ໄດ້ ປູກ ຢູ່ ເຂດ ໃດ ແດ່ ແລະ ສົ່ງ ອອກ ໄປ ຍັງ ປະ ເທດ ໃດ ແດ່ ?
TAG
VOV/VOVworld/ຫາດຊາຍທະເລ/ໝາກລີ້ນຈີ່
Related








