VOV WorldVOV World
ແນະນຳບາງບັນຫາທີ່ທ່ານຜູ້ຟັງສົນໃຈໃສອາທິດຜ່ານມາ
29/02/2024 10:00
(VOVWORLD) - ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 419 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 21 ສະບັບຈາກທ່ານຜູ້ຟັງ.
ແນະນຳບາງບັນຫາທີ່ທ່ານຜູ້ຟັງສົນໃຈໃສອາທິດຜ່ານມາ
  ຄືພວກເຮົາໄດ້ຮູ້ນຳກັນແລ້ວວ່າ, ອາທິດຜ່ານມາ, ລາຍການ ພາກພາສາລາວ ໄດ້ຮັບຈົດໝາຍ, ອີ ເ ມວ 21 ສະບັບ . ຜູ້ຟັງ, ຜູ້ອ່ານຫຼາຍທ່ານໄດ້ແບ່ງປັນກ່ຽວກັບບາງຄໍລຳຂອງ ລາຍການ ພາກພາສາລາວ ທີ່ໄດ້ເອົາລົງໃນ ເ ວບໄຊ vovworld.vn. ໃນນັ້ນ, ທ່ານ ຄຳຜຸຍ, ແຂວງ ວຽງຈັນ ແລະ ນາງ ມະ ໄລທອງ, ແຂວງບໍ່ແກ້ວ ມີຄວາມ ຊື່ນຊົມ ບັນດາພາບສາລະຄະດີໃນໂອກາດບຸນເຕັດຂອງ ຫວຽດນາມ. ນາງ ມະ ໄລທອງ ຂຽນວ່າ: ຂ້າພະເຈົ້າ ມັກ ພາບສາລະຄະດີທີ່ເຕັມໄປດ້ວຍສີສັນ, ຄວາມປະທັບໃຈຂອງບຸນເຕັດ ຫວຽດນາມ, ຄື: ໝູ່ບ້ານຫໍ່ເຂົ້າຕົ້ມແຈງຄຸກ, ໝູ່ບ້ານປູກໝາກກ້ຽງໃຫຍ່ ຢ້ຽນ, ຫຼື ວິທີເຮັດເຂົ້າ ປຽກ ເຂົ້າປາທີ່ແຊບນົວ… ເຖິງວ່ານີ້ແມ່ນບັນດາຮູບພາບທີ່ລຽບງ່າຍ, ແຕ່ນີ້ແມ່ນວິທີໂຄສະນາວັດທະນະທຳ, ຮີດຄອງປະເພນີຂອງຊາວ ຫວຽດນາມ ດ້ວຍບັນດາຮູບພາບ ເຖິງເພື່ອນມິດສາກົນ ໄດ້ຢ່າງ ວ່ອງໄວ ແລະ ມີປະສິດທິຜົນທີ່ສຸດ . ເສົາທຸງ ຫຼູງກູ໋, ແຂວງ ຮ່າຢາງ   ອາທິດຜ່ານມາ, ທ່ານ ຄຳຫຼ້າ, ຢູ່ຫຼວງພະບາງ ໄດ້ຝາກ ອີ ເ ມວ ເຖິງລາຍການພາສາລາວ, ຢາກຮູ້ຂໍ້ມູນກ່ຽວກັບເສົາທຸງ ຫຼູງກູ໋, ແຂວງ ຮ່າຢາງ?           ທ່ານ ຄຳຫຼ້າ ທີ່ຮັກແພງ, ເສົາທຸງ ຫຼູງກູ໋, ຕັ້ງຢູ່ຈອມພູ ຫຼູງກູ໋ ມີຄວາມສູງປະມານ 1.470 ແມັດ ເມື່ອທຽບໃສ່ລະດັບໜ້ານ້ຳທະເລ. ໃຕ້ເສົາທຸງ ແມ່ນພູຜາປ່າໄມ້ທີ່ສວຍສົດງົດງາມ ສະຫຼັບສັບຊ້ອນກັບນາຂັ້ນໄດທີ່ງາມຕາ, ສ້າງເປັນຮູບພາບທຳມະຊາດທີ່ປະຖົມປະຖານ, ເປັນເອກະລັກສະເພາະຢູ່ແຂວງ ຮ່າຢາງ. ເສົາທຸງ ຫຼູງກູ໋ ໄດ້ຮັບການກໍ່ສ້າງໃນສະໄໝເຈົ້າຊີວິດ ຫຼີເທື່ອງກຽດ (1019 – 1105) ແລະ ໄດ້ຮັບການບູລະນະປະຕິສັງຂອນເປັນຫຼາຍເທື່ອເຊິ່ງມີຮູບຮ່າງຄືໃນປະຈຸບັນ. ຢູ່ຈຸດສູງສຸດແມ່ນເສົາທຸງສູງ 9 ແມັດ ໄດ້ແຂວນທຸງຊາດ ຫວຽດນາມ ຍາວ 9 ແມັດ, ກ້ວາງ 6 ແມັດ ແລະ ມີເນື້ອທີ່ທັງໝົດ 54 ຕາແມັດ, ເຊິ່ງເປັນສັນຍາລັກໃຫ້ແກ່ 54 ຊົນເຜົ່າອ້າຍນ້ອງຢູ່ ຫວຽດນາມ ທີ່ດຳລົງຊີວິດຢູ່ຮ່ວມກັນໃນເຂດດິນແດນຂອງປະເທດ ຫວຽດນາມ.
TAG
VOV/VOVworld/ແມ່​ນ້ຳ/ເສັ້ນ​ທາງ/ໂຮ່​ຈີ​ມີນ/ເສົາ​ທຸງ/ຫຼູງ​ກູ໋