ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຈາກໄປແມ່ນການສູນເສຍອັນໃຫຍ່ຫຼວງສຳລັບປະຊາຊົນ ຫວຽດນາມ
01/08/2024 09:00
(VOVWORLD) - ການອຸທິດສ່ວນໃນຕະຫຼອດຊີວິດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕໍ່ພັກກອມມູນິດ ຫວຽດນາມ ແລະ ບັນດາຄວາມມານະພະຍາຍາມຢ່າງບໍ່ຮູ້ອິດບໍ່ຮູ້ເມືອຍເພື່ອນຳປະເທດ ຫວຽດນາມ ກ້າວໄປສູ່ຄວາມວັດທະນາຖາວອນ, ເອກະພາບ ໄດ້ສ້າງຂີດໝາຍທີ່ບໍ່ອາດຈືດຈາງໃນປະຫວັດສາດຂອງຊາດ ຫວຽດນາມ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 524 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 23 ສະບັບຈາກທ່ານຜູ້ຟັງລາວ. (ທ່ານ ເລ ຂາ ທິ ການ ໃຫຍ່ ຫງວຽນ ຝູ ຈ້ອງ ) ເພື່ອນ ສຸມາລີ ທຳມະວົງສາ, ຢູ່ແຂວງ ວຽງຈັນ; ເພື່ອນ ທອນສະໄໝ ຈະເລີນສຸກ, ຢູ່ນະຄອນຫຼວງວຽງຈັນ; ເພື່ອນ ພອນແສງ, ຢູ່ແຂວງ ຫົວພັນ… ໄດ້ໂທລະສັບ, ສົ່ງອີເມວມາຫາລາຍການ ແລະ ມີທ່ານຜູ້ຟັງຫຼາຍທ່ານໄດ້ສະແດງຄວາມຄິດເຫັນຜ່ານສື່ສັງຄົມອອນລາຍ Facebook, ເວັບໄຊ VOV5 ສະແດງຄວາມໂສກເສົ້າເສຍໃຈ ຕໍ່ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ບັນດາທ່ານຜູ້ຟັງ, ຜູ້ອ່ານໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ປະຊາຊົນ ຫວຽດນາມ. ໃນນັ້ນ: ທ່ານ ວິໄລສຸກ, ຢູ່ແຂວງ ຫົວພັນ ໄດ້ສົ່ງອີເມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: “ ຂ້າ ພະ ເຈົ້າຕົກ ໃຈ ເມື່ອ ໄດ້ ຮັບ ຂ່າວ ວ່າ ສະ ຫາຍ ຫງວຽນ ຝູ ຈ້ອງ , ເລ ຂາ ທິ ການ ໃຫຍ່ ຄະ ນະ ບໍ ລິ ຫານ ງານ ສູນ ກາງ ພັກ ກອມ ມູ ນິດ ຫວຽດ ນາມ ຈາກ ໄປ . ຂ້າ ພະ ເຈົ້າສະ ແດງ ຄ ວາມ ອາ ໄລ ອາ ວອນ ແລະ ຂໍສົ່ງ ຄຳ ແບ່ງ ເບົາ ຄວາມ ເສົ້າ ສະ ຫຼົດ ໃຈ ຢ່າງ ຈິງ ໃຈ ເຖິງ ພັກ ກອມ ມູ ນິດ ຫວຽດ ນາມ ແລະ ປະ ຊາ ຊົນ ຫວຽດ ນາມ ໝົດ ທຸກ ຄົນ . ທ່ານ ເລ ຂາ ທິ ການ ໃຫຍ່ ຫງວຽນ ຝູ ຈ້ອງ ຈາກ ໄປ , ບໍ່ ພຽງ ແຕ່ ແມ່ນ ການ ສູນ ເສຍ ອັນໃຫ ຍ່ ຫຼວງ ສຳ ລັບ ປະ ຊາ ຊົນ ຫວຽດ ນາມ ເທົ່າ ນັ້ນ , ຫາກ ຍັງ ແມ່ນ ຄວາມ ໂສກ ເສົ້າເສຍໃຈ ຕໍ່ ເພື່ອນ ມິດ ສາ ກົນ , ບັນ ດາ ຜູ້ ມີ ຄວາມ ເອົາ ໃຈ ໃສ່ , ສະ ໜັບ ສະ ໜູນ ພາ ລະ ກິດ ແຫ່ງ ການ ປ່ຽນ ແປງ ໃໝ່ ຂອງ ຫວຽດ ນາມ ອີກ ດ້ວຍ . ໃນ ຕະ ຫຼອດ ຊີ ວິດ ຂອງ ຕົນ , ທ່ານ ເລ ຂາ ທິ ການ ໃຫຍ່ ຫງວຽນ ຝູ ຈ ້ອງ ຍາມ ໃດ ກໍ່ ຢຶດ ໝັ້ນ ຕໍ່ ລັດ ທິ ມາກ - ເລ ນິນ , ແນວ ຄິດ ໂຮ່ ຈີ ມິນ ແລະ ມີບັນ ດາ ການ ປະ ກອບ ສ່ວນ ພົ້ນ ເດັ່ນ ເຂົ້າ ໃນ ການ ພັດ ທະ ນາ ເສດ ຖະ ກິດ - ສັງ ຄົ ມ , ຄວາມ ສະ ຖຽນ ລະ ພາບ ດ້ານ ການ ເມືອງ ແລະ ຍົກ ສູງ ທີ່ ຕັ້ງ ສາ ກົນ ຂອງ ຫວຽດ ນາມ . ສຳ ລັບ ການ ພົ ວ ພັນ ຫວຽດ ນາມ - ລາວ , ທ່ານ ເລ ຂາ ທິ ການ ໃຫຍ່ ຫງວຽນ ຝູ ຈ້ອງ , ໄດ້ ປະ ກອບ ສ່ວນ ຢ່າງ ໃຫຍ່ ຫຼວງ ເຂົ້າ ໃນ ການ ເພີ່ ມ ພ ູນ ຄູນ ສ້າງນ້ຳ ໃຈ ມິດ ຕະ ພາບ ລະ ຫວ່າງ 2 ພັກ , 2 ລັດ ແລະ ປະ ຊາ ຊົນ 2 ປະ ເທດ ໃຫ້ ນັບ ມື້ ນັບ ໝັ້ນ ຄົງ ໜັກ ແໜ້ນ , ພັດ ທະ ນາ ຂຶ້ນ ສູ່ ລະ ດັບ ສູງ ໃໝ່ ”. ເພື່ອນ ພອນແກ້ວ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ໂທລະສັບມາຫາລາຍການ, ໃຫ້ຮູ້ວ່າ: “ ການ ອຸ ທິດ ສ່ວນ ໃນຕະ ຫຼອດ ຊີ ວິດ ຂອງ ທ່ານ ເລ ຂາ ທິ ການ ໃຫຍ່ ຫງວຽນ ຝູ ຈ້ອງ ຕໍ່ ພັກ ກອມ ມູ ນິດ ຫວຽດ ນາມ ແລະ ບັນ ດາ ຄວາມ ມາ ນະ ພະ ຍາ ຍາມ ຢ່າງບໍ່ ຮູ້ ອິດ ບໍ່ ຮູ້ ເມືອຍ ເພື່ອ ນຳ ປະ ເທດ ຫວຽດ ນາມ ກ້າວໄປ ສູ່ຄວາມ ວັດ ທະ ນາ ຖາ ວອນ , ເອ ກະ ພາບ ໄດ້ ສ້າງ ຂີດ ໝາຍ ທີ່ບໍ່ ອາດຈືດ ຈາງ ໃນ ປະ ຫວັດ ສາດ ຂອງ ຊາດ ຫວຽດ ນາມ . ວິ ໄສ ທັດ , ພູມ ປັນ ຍາ ແລະ ບັນ ດາ ຫຼັກ ການ ຢື ດ ໝັ້ນ ຂອງ ທ່ານ ໄດ້ ສ້າງ ແຫຼ່ງ ບັນດານໃຈໃຫ້ບໍ່ ພຽງ ແຕ່ ສຳ ລັບ ປະ ຊາ ຊົນ ຫວຽດ ນາມ ເທົ່າ ນັ້ນ , ຫາກ ຍັງ ມີ ຫຼາຍ ຄົນ ໃນ ໂລກ ທີ່ ຖືສັນ ຕິ ພາບ ເປັນ ສຳ ຄັນ , ກ້າວ ໜ້າ ແລະ ສັດ ຊື່ ບໍ ລິ ສຸດ ອີກດ້ວຍ ” . ເພື່ອນ ດາລາວັນ ພິຈິດ, ຢູ່ແຂວງ ຈຳປາສັກ, ແບ່ງປັນວ່າ : “ ໃນ ບັນ ດາ ພາ ຫະ ນະ ສື່ມວນ ຊົນ ຂອງ ລາວ ໃນ ຊຸມມື້ ຜ່ານ ມາ ລ້ວນ ແຕ່ ໃຫ້ ຂ່າວ ກ່ຽວ ກັບ ທ່ານ ເລ ຂາ ທິ ການ ໃຫຍ່ ຫງວຽນ ຝູ ຈ້ອງ . ຊີ ວິດ ແລະ ພາ ລະ ກິດ ຂອງ ທ່ານ ເລ ຂາ ທິ ການ ໃຫຍ່ ຫງວຽນ ຝູ ຈ້ອງ ແມ່ນ ຊີ ວິດ ທີ່ສະ ຫງ່າ ອົງ ອາດ , ຈິດ ໃຈ ແລະ ມ ໍ ລະ ດົກ ຂອງ ສະ ຫາຍ ແມ່ນ ຊັບ ສົມ ບັດ ລວມ ຂອງພວກ ເຮົ າ . ພາຍ ໃຕ້ ການ ຊີ້ ນຳ ນຳ ພາ ຂອງ ທ່ານ , ພາ ລະ ກິດ ແຫ່ງ ການ ປ່ຽນ ແປງ ໃໝ່ ຂອງ ຫວຽດ ນາມ ບັນ ລຸ ຜົນ ງານ ທີ່ ໜ້າ ຮັບ ຮູ້ , ຊີ ວິດ ການ ເປ ັນ ຢູ່ ຂອງ ປະ ຊາ ຊົນ ໄດ້ ຮັບ ການ ປັບ ປຸງ , ກຳ ລັງ ແຮງ ຮອບ ດ້ານ ຂອງ ຫວຽດ ນາມ ນັບ ມື້ ນັບ ໄດ້ ຍົກ ສ ູງ ຂຶ້ນ . ບັນ ດາ ຜົນ ງານ ດັ່ງ ກ່າວບໍ່ ພຽງ ແຕ່ ສະ ແດງ ໃຫ້ ເຫັນຜ່ານບັນ ດາ ຕ ົວ ເລກ ສະ ຖິ ຕິເທົ່າ ນັ້ນ , ຫາກ ຍັງຜ່ານ ບັນ ດາ ຄວາມ ຮູ້ ສຶກ ທີ່ແທ້ຈິງກ່ຽວ ກັບ ຄວາມ ຜາ ສຸກ ຂອງ ປະ ຊາ ຊົນ ອີກດ້ວຍ ”.
TAG
VOV/VOVworld/ວິໄສທັດ/ພູມປັນຍາ/ນັກຮຽນ/ຫາດຊາຍທະເລ
Related








